Header Ads

ປະທານາທິບໍດີ ໂດໂນ ທຣັມ ລົງນາມຄໍາສັ່ງຫ້າມກອງທັບ ສ. ອາເມລິກາຮັບບຸນຄົນຂ້າມເພດເຂົ້າເປັນທະຫານໃໝ່ ແລະ ຫ້າມໃຊ້ງົບປະມານກອງທັບໃນການຜ່າຕັດແປງເພດໃຫ້ກັບທະຫານ



ສໍານັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຂ່າວຈາກທໍານຽບຂາວທີ່ເປີດເຜີຍຄໍາສັ່ງເຊັນອະນຸມັດຈາກ ປະທານາທິບໍດີ ໂດໂນ ທຣັມ ເລື່ອງຫ້າມຮັບບຸນຄົນຂ້າມເພດເຂົ້າເປັນທະຫານໃໝ່ ແລະ ຫ້າມໃຊ້ງົບປະມານຂອງກອງທັບໃນການຜ່າຕັດແປງເພດໃຫ້ກັບທະຫານໂດຍເດັດຂາດ ແຕ່ທາງເຈົ້າໜ້າທີ່ທໍານຽບຂາວກໍປະຕິເສດຕອບຄໍາຖາມນັກຂ່າວຂໍ້ມູນເບື້ອງຕົ້ນຈາກສູນສະຖິຕິຂອງ . ອາເມລິກາ ລະບຸວ່າປັດຈຸບັນມີທະຫານທີ່ເປັນບຸກຄົນຂ້າມເພດທີ່ສັງເກດໃນໜ່ວຍງ່ານຕ່າງໆຂອງກອງທັບສະຫະລັດແລ້ວທັງໝົດ 15,000 ຄົນ


ກ່ອນໜ້ານີ້ ທ່ານ ໂດໂນ ທຣັມ ເຄີຍກ່າວວ່າ ກອງທັບ ສ. ອາເມລິກາ ຕ້ອງໃຫ້ຄວາມສໍາຄັນກັບໄຊຊະນະເໜືອສິ່ງອື່ນໃດເພື່ອໃຫ້ ສ. ອາເມລິກາ ນັ້ນກັບມາຍິ່ງໃຫຍ່ອີກຄັ້ງ ຫຼື American Great Again   ແລະ ກອງທັບບໍ່ສາມາດແບກຫາບພາລະຄ່າໃຊ່ຈ່າຍທາງການແພດຈໍານວນມະຫາສານ ແລະ ຄວາມຫຍຸ້ງຍາກຈາກບຸກຄົນຂ້າມເພດໃນກອງທັບໄດ້ອີກຕໍ່ໄປ.


ສໍາລັບຄໍາສັ່ງດັ່ງກ່າວນີ້ກາຍເປັນໜັງຄົນລະມ້ວນກັບປະທານາທິບໍດີ ບາລັກ ໂອບາມາ ທີ່ມີນະໂຍບາຍໃຫ້ຄົນຂ້າມເພດສາມາດເຮັດວຽກກັບກອງທັບໄດ້ຢ່າງເປີດເຜີຍ ພ້ອມກັບມີສິດຮັກສາພະຍາບານ ແລະ ສາມາດຜ່າຕັດປ່ຽນແປງເພດໄດ້ ເຊິ່ງແນ່ນອນສ່ວນທາງກັບຈຸດຢືນ ແລະ ນະໂຍບາຍຂອງ ປະທານາທິບໍດີ ໂດໂນ ທຣັມ.



ຢ່າງໃດກໍຕາມ ຫຼາຍອົງກອນກໍມີສຽງວິພາກວິຈານຄໍາສັ່ງຫ້າມກອງທັບ . ອາເມລິຫາຮັບບຸນຄົນຂ້າມເພດເຂົ້າເປັນທະຫານ  ເຊິ່ງຫຼາຍອົງກອນເບິ່ງວ່າ ເປັນການຈໍາກັດສິດທິກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ແລະ ຄ້າຍກັບການກວດລ້າງກຸ່ມຄົນເຫຼົ່ານີ້ອອກຈາກກອງທັບສະຫະລັດ ອາເມລິກາ. 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.