ຮອງນາຍົກລັດຖະມົນຕີ ສປປ ລາວ ກ່າວປາໄສ ທາງລົດໄຟລາວ-ຈີນຄືບໜ້າແລ້ວ 10% ໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 14 ທີ່ເມືອງນານນິງ
ອີງຕາມການລາຍງານຂ່າວຂອງ CRI FM 93 ວ່າ: ໃນໂອກາດກ່າວປາໄສໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນແລະກອງປະຊຸມສຸດຍອດທຸລະກິດແລະການລົງທຶນຈີນ-ອາຊຽນຄັ້ງທີ 14 ທີ່ຈັດຂຶ້ນໃນວັນທີ 12 ກັນຍານີ້ຢູ່ເມືອງນານນິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີສປ ຈີນ, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວກ່າວວ່າ: ມາຮອດປັດຈຸບັນ,ການກໍ່ສ້າງທາງລົດໄຟຈີນລາວໄດ້ສຳເລັດແລ້ວ10% ແລະຄາດວ່າຈະສຳເລັດໃນປີ 2022.
ໂອກາດນີ້, ທ່ານສອນໄຊສີພັນດອນໄດ້ຕີລາຄສູງຕໍ່ງານວາງສະແດງສິນຄ້າຈີນ-ອາຊຽນແລະກອງປະຊຸມສຸດຍອດທຸລະກິດແລະການລົງທຶນຈີນ-ອາຊຽນວ່ານີ້ເປັນກົນໄກຮ່ວມມືທີ່ມີຄວາມສຳຄັນຕໍ່ຈີນແລະບັນດາປະເທດໃນອາຊຽນເພື່ອສົ່ງເສີມການພົວພັນທຸລະກິດແລະແລກປ່ຽນບົດຮຽນໃນການດຳເນີນທຸລະກິດແລະການເຂົ້າຮ່ວມງານວາງສະແດງ.ແນວໃດກໍດີ, ປະເທດຕົນເຊື່ອໝັ້ນວ່າ ຈາກການຊຸກຍູ້ຂອງກົນໄກດັ່ງກ່າວ, ອາຊຽນແລະຈີນຈະສາມາດບັນລຸເປົ້າໝາຍກ່ອນປີ
2020 ຄືສ້າງມູນຄ່າການຄ້າລະຫວ່າງສອງຝ່າຍໃຫ້ເຖິງ 1000 ຕື້ໂດລາສະຫະລັດແລະມູນຄ່າການລົງທຶນບັນລຸເຖິງ
150 ຕື້ໂດລາສະຫະລັດ.
ທ່ານສອນໄຊ ສີພັນດອນກ່າວຕື່ມວ່າ:ປີ 2016 ຜ່ານມາ, ມູນຄ່າການຄ້າລະຫວ່າງລາວ-ຈີນບັນລຸເຖິງ 2 ຕື້ 340 ລ້ານໂດລາສະຫະລັດແລະຈີນເປັນຄູ່ຄ້າໃຫຍ່ອັນດັບສອງຂອງລາວຂະນະທີ່ການລົງທຶນໂດຍກົງຢູ່ລາວກໍມີເຖິງ 7 ຕື້ໂດລາສະຫະລັດ ກາຍເປັນປະເທດລົງທຶນຫຼາຍກວ່າໝູ່.ຈາກນີ້, ລັດຖະບານລາວສະແດງຄວາມຂອບໃຈດ້ວຍຄວາມຈິງໃຈຕໍ່ລັດຖະບານຈີນທີ່ສະໜັບສະໜູນແລະຊ່ວຍເຫຼືອລາວໃນຫຼາຍປີຜ່ານມາ.
ທ່ານສອນໄຊ ສີພັນດອນຍັງຢືນຢັນຕື່ມວ່າ: ລາວໄດ້ກຳນົດເອົາ ເປັນປີ2018ເປັນປີທ່ອງທ່ຽວລາວແລະຍິນດີຕ້ອນຮັບເພື່ອນມິດຈີນແລະບັນດາປະເທດອາຊຽນເດີນທາງໄປທ່ຽວປະເທດຕົນ.
ທີ່ມາ: CRI FM93
© ໂຕະນໍ້າຊາ | tonamcha.com
Post a Comment