Header Ads

ລັດຈະຂຶ້ນທະບຽນເລກໝາຍໂທລະສັບຄືນໃໝ່ໃນຕົ້ນ​ປີ 2018



ກອງ​ປະຊຸມ​ເປີດ​ກວ້າງ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ ວ່າດ້ວຍ​ການ​ຂຶ້ນ​ທະບຽນ​ເລກ​ໝາຍໂທລະສັບ ຈັດ​ຂຶ້ນ​ວັນທີ 7-8 ກັນຍາ 2017 ຢູ່​ສະ​ຖາ​ບັນ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການສື່ສານ ເປັນ​ປະທານ​ໂດຍ​ທ່ານ ວັນເພັງ ໄຊ​ຍະ​ກອນ ຫົວໜ້າ​ອົງການ​ດັດສົມ ໂທລະ​ຄົມມະນາຄົມ ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ກະຊວງ ອົງ​ການຈັດຕັ້ງ ແລະ ຜູ້​ປະກອບການ​ດ້ານ​ໂທລະ​ຄົມມະນາຄົມ ເຂົ້າ​ຮ່ວມ.


ຮ່າງ​ດຳລັດ​ວ່າ​ດ້ວຍ​ການ​ຂຶ້ນທະບຽນເລກ​ໝາຍ​ໂທລະສັບ ປະກອບ​ມີ 11 ໝວດ 50 ມາດຕາ ໄດ້​ກຳນົດ​ນະໂຍບາຍ​ຫຼັກການ ເງື່ອນໄຂ ການ​ເປັນ​ຕົວ​ແທນ​ຈຳໜ່າຍ ແລະ ຜູ້ນຳ​ໃຊ້​ເລກ​ໝາຍໂທລະສັບ ວິທີ​ການ​ຂຶ້ນ​ທະບຽນ ການ​ຮັກສາ​ຂໍ້​ມູນ ການ​ກວດກາ ແລະ ມາດ​ຕະການ​ຕໍ່​ຜູ້​ລະເມີດ ໝາຍ​ຄວາມ​ວ່າ​ຮ່າງ​ດຳລັດ​ສະບັບ​ນີ້​ ມີ​ເປົ້າ​ໝາຍເພື່ອ​ເພີ່ມຄວາມ​ຮັດກຸມ​ໃນ​ການ​ຄຸ້ມ​ຄອງເລກ​ໝາຍ​ໂທລະສັບ ​ໃຫ້​ມີ​ຄວາມຖືກຕ້ອງ-ຊັດ​ເຈນ ແລະ ທັນ​ສະໄໝ​ຍິ່ງ​ຂຶ້ນ ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຕິດຕາມກວດກາ ​ຜູ້​ຊົມໃຊ້​ໄດ້​ຢ່າງ​ວ່ອງໄວ ຖືກຕ້ອງ​ທັນ​ເວລາ ປັດຈຸບັນ ຮ່າງດຳລັດ​ສະບັບ​ນີ້​ພວມ​ຂຸ້ນຂ້ຽວ​ດຳເນີນ​ການ​ປຶກສາ​ຫາລື ແລະ ປະກອບ​ຄຳ​ເຫັນ​ຈາກ​ພາກສ່ວນກ່ຽວຂ້ອງ​ໃຫ້​ມີ​ຄວາມ​ຖືກຕ້ອງ ສົມບູນ​ທີ່​ສຸດ ແລະ ຄາດ​ວ່າຈະສາມາດ​ຈັດ​ຕັ້ງ​ປະຕິບັດ​ການ​ຂຶ້ນທະບຽນ​ເລກ​ໝາຍ​ໂທລະສັບ​ຄືນໃໝ່ ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໃນຕົ້ນ​ປີ 2018 ແລະ ກ່ອນ​ໜ້າ​ນີ້ ລັດຖະບານ​ໄດ້​ປະກາດ​ຂຶ້ນ​ທະບຽນ​ໝາຍ​ເລກໂທລະສັບ​ມາແລ້ວ ປີ 2011 ເປັນຕົ້ນ​ມາ. 

ທີ່ມາ: ວຽງຈັນໃໜ່ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.