Header Ads

ກະຊວງແຮງງານ ແລະ ສະຫວັດດີການສັງຄົມສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ນະຄອນຫຼວງວຽງຈັນ



ເລີ່ມແຕ່ ວັນທີ 1 ກັນຍາ ຫາ 30 ພະຈິກ 2017 ສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ນະຄອນຫຼວງວຽງຈັນ.

ໂດຍອີງຕາມຄຳສັ່ງ ຂອງທ່ານ ນາຍົກລັດຖະມົນຕີວ່າດ້ວຍ ການອຳນວຍຄວາມສະດວກ ແລະ ການໃຫ້ຄວາມຮ່ວມມືໃນການເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ສະບັບເລກທີ 62/ນຍ , ລົງວັນທີ 13 ພະຈິກ 2015; ອີງຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບ ເລື່ອງສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ສປປ ລາວ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ເລີ່ມແຕ່ ວັນທີ 1 ກັນຍາ ຫາ 30 ພະຈິກ 2017 ສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ນະຄອນຫຼວງວຽງຈັນ ເພື່ອກ້າວໄປເຖິງການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍແຮງງານ ສປປ ລາວ, ເຊິ່ງໄລຍະຜ່ານມາຈຳນວນຄົນຕ່າງປະເທດທີ່ມາຂຶ້ນທະບຽບແລ້ວແມ່ນໄດ້ 4,397 ຄົນ, ເປັນຍິງ 1,562 ຄົນ, ພວກທີ່ສຳລະສະສາງແມ່ນ 3,820 ຄົນ ປັບສະຖານະພາບແມ່ນ 577 ຄົນ ສ່ວນໃຫຍ່ແມ່ນຊາວຫວຽດນາມ; ເພື່ອອຳນວຍຄວາມສະດວກໃຫ້ຫົວໜ່ວຍແຮງງານ ພາກສວ່ນຕ່າງໆ ຄະນະເຈົ້າໜ້າທີ່ກວດກາແຮງງານ ໄດ້ຕັ້ງຈຸດບໍລິການຂື້ນທະບຽນຢູ່ 09 ຈຸດຄື: ເມືອງ ຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊເສດຖາ, ນາຊາຍທອງ, ສັງທອງ, ຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ ຢູ່ຫ້ອງການແຮງານ ແລະ ສະຫວັດດີການສັງຄົມຂອງແຕ່ລະເມືອງ.

ນອກນີ້, ຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງທຸກພາກສ່ວນ , ຫົວໜວ່ຍທຸລະກິດ, ບໍລິສັດຫ້າງຮ້ານ, ຜູ້ມີເຮືອນເຊົ່າ ແລະ ຜູ້ທີ່ໃຫ້ທີ່ພັກພາອາໃສໃຫ້ຄົນຕ່າງປະເທດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ຊວ່ຍປຸກລະດົມ, ຊຸກຍູ້ ແລະ ນຳພາຄົນຕ່າງປະເທດເຂົ້າມາຂຶ້ນທະບຽນ ແລະ ຂໍໃບອານຸຍາດເຄື່ອນໄຫວຊົ່ວຄາວ ນຳຄະນະໜ່ວຍງານ ຕາມຈຸດບໍລິການທີ່ໄດ້ກຳນົດໄວ້.


ທີ່ມາ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.