Header Ads

ຍຸບເລີກ ແລະ​ ຖອນໃບດໍາເນີນທຸລະກິດ 23 ຮ້ານກິນດື່ມ ທີ່ເມືອງຫົງສາ​ ແຂວງໄຊຍະບູລີ​ ທີ່ບໍ່ສອດຄ້ອງກັບລະບຽບການຄຸ້ມຄອງທຸລະກິດບໍລິການ


ໃນຕອນບ່າຍຂອງວັນທີ່ 31 ສິງຫາ​ 2017​ ຜ່ານມານີ້,​ ຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ເມືອງຫົງສາ​ ແຂວງໄຊຍະບູລີ​ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຄຸ້ມຄອງ ທຸລະກິດບໍລິການ,​ ຮ້ານອາຫານ​ ແລະ​ ຮ້ານກິນດື່ມ ພາຍໃນເມືອງຫົງສາ,​ ຢູ່ທີ່ກ້ອງປະຊຸມຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວເມືອງຫົງສາ ແຂວງໄຊຍະບູລີ,​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ສົມຍົດ ອານຸວົງ ຫົວໜ້າຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ເມືອງຫົງສາ,​ ມີຫ້ອງການ,​ ກົມກອງ,​ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ແລະ​ ວິຊາການໜ່ວຍງານທ່ອງທ່ຽວເຂົ້າຮ່ວມທັງໝົດ 22​ ທ່ານ,​ ຍິງ​ 3 ທ່ານ.​

ໃນໂອກາດດັ່ງກ່າວ ທ່ານ​ ນາງ​ ຄຳ​ມີ​ ພົມມະຈັນ​ ຮອງໜ່ວຍງານທ່ອງທ່ຽວ ຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວເມືອງຫົງສາ​ ກໍ່ໄດ້ຂື້ນຜ່ານ ບົດລາຍງານໜ່ວຍງານທ່ອງທ່ຽວ,​ ລົງວັນທີ​ 25 ສິງຫາ​ 2017, ວ່າດ້ວຍຜົນສຳເລັດການລົງກວດກາຄືນ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ຂອງຫົວໜ່ວຍທຸລະກິດບໍລິການພາຍໃນເມືອງຫົງສາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ.​

ອິງຕາມກົດໝາຍທ່ອງທ່ຽວ ສະບັບເລກທີ 32/ສພຊ, ລົງວັນທີ 24 ກໍລະກົດ​ 2013,​ ພາກ​ທີ​ X, ມາດຕາ​ 94, ໝວດທີ I, ຄຳສັ່ງແນະນຳຂອງທ່ານເຈົ້າເມືອງຫົງສາ ເລກທີ​ 92/ຈມ.ຫສ, ລົງວັນທີ 16 ກັນຍາ​ 2015​ ກ່ຽວກັບການເພີມທະວີຕິດຕາມ,​ ກວດກາ,​ ຄຸ້ມຄອງການເຄື່ອນໄຫວ ທຸລະກິດບໍລິການຢູ່ພາຍໃນເມືອງຫົງສາ​ ແລະ​ ຕາມທິດຊີ້ນຳຂອງຫົວໜ້າຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວເມືອງຫົງສາ​ຄັ້ງວັນທີ​ 8​ ສິງຫາ​ 2017,​ ວ່າດ້ວຍກາຮກວດກາຄືນຫົວໜ່ວຍທຸລະກິດບໍລິການ ຮ້ານກິນດື່ມ​ ຢູ່ພາຍໃນເມືອງຫົງສາ ໃຫ້ເຂົ້າສູ່ລະບຽບຢ່າງເຂັ້ມງວດ

ຜ່ານການລົງກວດກາຕາມຄໍາແນະນຳດັ່ງກ່າວ​ ທີ່ໄດ້ລົງເຄື່ອນໄຫວຮ່ວມກັບຄະນະກຳມະກາຮກວດກາ ແລະ​ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງຫົງສາ ແຂວງໄຊຍະບູລີ,​ ໃນລະຫວ່າງວັນທີ 22-24 ສິງຫາ​ 2017​ ຢ່າງລະອຽດຄົບຊຸດ ໄດ້ທັງໝົດ 24​ ຫົວໜ່ວຍ,​ ໃນນີ້ມີຮ້ານກິນດື່ມ 22​ ຫົວໜ່ວຍ,​ ຮ້ານອາຫານ​ 1 ຫົວໜ່ວຍ.​


ຈາກນັ້ນກອງປະຊຸມດັ່ງກ່າວກໍ່ໄດ້ມີການແລກປ່ຽນ ປຶກສາຫາລື,​ ຄົ້ນຄ້ວາຄວາມເປັນໄປໄດ້ ຂອງຫົວໜ່ວຍທຸລະກິດດັ່ງກ່າວໃນທີ່ປະຊຸມ ເຫັນວ່າ​ ບໍ່ເໝາະສົມໃຫ້ສືບຕໍ່ເປີດນຳໃຂ້ບໍລິການ ຈຶ່ງໄດ້ເປັນເອກະພາບກັນ ໃຫ້ຖອນໃບອະນຸຍາດດຳເນີນທຸລະກິດ​ 23​ ຮ້ານ,​ ທີ່ເປັນຮ້ານກິນດື່ມດ້ານການບໍລິການທາງຊູ້ສາວ,​ ໝົ້ວສຸມກັນທາງສັງຄົມ ແລະ​ ບໍ່ຖືກຕ້ອງຕາມລະບຽບຫຼັກການ ເຮັດໃຫ້ວັດທະນະທຳອັນດີງາມຂອງຊາດ  ກໍ່ຄືເມືອງຫົງສາ ບໍ່ມີຄວາມເປັນລະບຽບຮຽບຮ້ອຍຕື່ມອີກ.

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.