Header Ads

ປະຊາຊົນເມືອງຊອງຈູ ປະທ້ວງລັດຖະບານເກົາຫຼີໃຕ້ໃນການຕິດຕັ້ງຖານຍິງລະບົບປ້ອງກັນຂີປະວາວຸດ


ສຳນັກຂ່າວຕ່າງປະທດລາຍງານ ໃນວັນ 7 ກັນຍາ 2017 ວ່າ: ປະຊາຊົນເມືອງຊອງຈູ ແຂວງຄະຢອງຊັງເໜືອ ທີ່ຢູ່ພາກຕາເວັນອອກຂອງເກົາຫຼີໃຕ້ ໂຮມຊຸມນຸມປະທ້ວງຕາມຖະໝົນໂຊຊອງ ຫ່າງຈາກນະຄອນຫຼວງໂຊລປະມານ  300 ກິໂລແມັດ ໂດຍມີກຸ່ມຜູ້ປະທ້ອງປະມານ 400 ຄົນ ອອກມາໂຮມຊຸມນຸມຕາມເສັ້ນທາງຂອງຂະບວນລໍາລຽງຖານຍິງລະບົບປ້ອງກັນຂີປະນາວຸດເພດານສູງ THAAD ເຂົ້າໄປຕິດຕັ້ງພາຍໃນສະໜາມກັອບ ເຊິ່ງການປະທ້ວງເລີ່ມມີຂື້ນແຕ່ຕອນກາງຄືນ ແລະລຸກລາມມາຮອດຕອນເຊົ້າເຮັດໃຫ້ມີຜູ້ປະທ້ວງ ແລະ ເຈົ້າໜ້າທີ່ບາດເຈັບປະມານ 40 ຄົນ ໂດຍຜູ້ບາດຖືກສົ່ງໂຕໄປໂຮງໝໍທີ່ຢູ່ໃກ້ກັບເມືອງເມືອງຊອງຈູ .







ສໍາລັບຖານຍິງລະບົບປ້ອງກັນຂີປະນາວຸດ ແມ່ນຖືກລໍາລຽງມາຈາກຖານທັບອາກາດຂອງ ສ. ອາເມລິກາທີ່ໂອຊັນ ແລະ ຕ້ອງເດີນທາງຜ່ານເສັ້ນທາງເຂດໃຕ້ນະຄອນຫຼວງໂຊລ ອີກ 70 ກິໂລແມັດ ກ່ອນທີ່ຈະເຖິງຖານຕິດຕັ້ງທີ່ເມືອງຊອງຈູ  ໂດຍມີທະຫານພ້ອມຂະບວນລົດຂອງ ສ.ອາເມລິກາ ນໍາສົ່ງຂະບວນ10 ຄັນ ພ້ອມກັບມີເຈົ້າໜ້າທີ່ຕໍາຫຼວດ 8,000 ຄົນຖຶກສົ່ງໄປເຂດທີ່ຢູ່ໃກ້ກັບສະຖານທີ່ປະຕິບັດງານ (ຖານຕິດຕັ້ງລະບົບປ້ອງກັນຂີປະນາວຸດ).


ທາງດ້ານ ປະທານາທິບໍດີ ມູນ ເຈ ອີນ ມີຄໍາສັ່ງໃຫ້ການຕິດຕັ້ງລະບົບປ້ອງກັນຂີປະນາວຸດໃຫ້ສໍາເລັດໂດຍໄວ ພາຍຫຼັງທີ່ເກົາຫຼີເໜືອສໍາເລັດການທົດສອບລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ. 






ສໍາລັບເຫດຜົນການປະທ້ວງໃນຄັ້ງນີ້ ແມ່ນປະຊຊົນຢ້ານວ່າເມືອງຂອງພວກເຂົາອາດຈະກາຍເປັນເປົ້າຫມາຍຕົ້ນຕໍສໍາລັບການບຸດໂຈມຕີຂອງເກົາຫຼີເຫນືອ ພ້ອມດຽວກັບພວກເຂົາຍັງມີຄວາມກັງວົນວ່າຄື້ນໄຟຟ້າທີ່ເກີດຈາກ radar  ອາດສາມາດເຮັດໃຫ້ເກີດບັນຫາດ້ານສຸຂະພາບ ແລະ ສິ່ງແວດລ້ອມ.





ທີ່ມາ: The Korea Times/Ruptly 
© ໂຕະນໍ້າຊາ | tonamcha.com      
___________


Powered by Blogger.