Header Ads

ການເລືອກຕັ້ງເຢຍລະມັນມື້ນີ້ ( 24 ກັນຍາ) “ ອັງເກລາ” ອາດຮັບໄຊຊະນະເປັນນາຍົກລັດຖະມົນຕີເຢຍລະມັນເປັນສະໄໝທີ 4



ການເລືອກຕັ້ງທົ່ວໄປຂອງປະເທດເຢຍລະມັນຈະມີຂື້ນໃນວັນທີ 24 ກັນຍາ 2017 ນີ້ ໂດຍ ນາຍົກ ລັດຖະມົນຕີຄົນປັດຈຸບັນ ທ່ານ ນາງ ອັງເກລາ ແມຣເຄີລ (Angela Merkel) ອາຍຸ  62 ປີລົງສະໜານເລືອກຕັ້ງສູ້ເສິກອີກໜຶ່ງສະໄໝ ຍັງຄົງມີຄະແນນນີຍົມຕໍ່ເນື່ອງ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຊາວເຢຍລະມັນທີ່ສະໜັບສະໜູນທ່ານໃນທໍາໜ້າທີ່ຜູ້ນໍາເຢຍລະມັນຕໍ່ ເຊິ່ງຖ້າ ທ່ານ  ນາງ ອັງເກລາ ແມຣເຄີລ ຊະນະການເລືອກຕັ້ງໃນຄັ້ງນີ້ຈະເຮັດໃຫ້ທ່ານດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີເຢຍລະມັນເປັນສະໄໝທີ 4  ໂດຍທ່ານຊະນະການເລືອກຕັ້ງມາແລ້ວ 3 ສະໄໝເລີ່ມແຕ່ປີ 2005, 2009 ແລະ 2013 ຄັ້ງຫຼ້າສຸດ. 









ທ່ານ ນາງ ອັງເກລາ ແມຣເຄີລ ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີເຢຍລະມັນມາແລ້ວ 11 ປີ ໂດຍຊາວເຢຍລະມັນຍ້ອງຍໍທ່ານເປັນສະເໜືອສັນຍາລັກແຫ່ງຄວາມໝັ້ນຄົງ ແລະ ສະເຖຍນະພາບໂລກ ໂດຍພັກຊີດີຢູຍັງຄົງໄດ້ຮັບຄະແນນນິຍົມຕໍ່ເນື່ອງ 40% ໃນຂະນະພັກ ເອັສພີດີຂອງ ທ່ານ ມາຕິນ (Martin Schulz)ມີຄະແນນນິຍົມຢູ່ທີ່ 25% ເຖິງແມ່ນວ່າໄລຍະຜ່ານມາພັກຂອງທ່ານ ນາງ ອັງເກລາ ແມຣເຄີລ  ຈະປະເຊີນວິກິດ ແລະ ບັນຫາຜູ້ອົບພະຍົກຫຼັ່ງໄຫຼເຂົ້າປະເທດເຮັດໃຫ້ຊາວເຢຍລະມັນຈໍານວນໜຶ່ງບໍ່ພໍໃຈກໍຕາມ ແຕ່ນັ້ນກໍ່ບໍ່ເຮັດໃຫ້ຄະແນນນິຍົມໃນຕົວ ທ່ານ ນາງ ອັງເກລາ ແມຣເຄີລ ແລະ ພັກຫຼຸດລົງ.  




ຢ່າງໃດກໍຕາມ ຜົນການເລືອກຕັ້ງອາດມີການພິກອອກນອກເໜືອຈາກໂພລ ( Election Polls Result) ຫຼື ຍັງບໍ່ສາມາດຄາດເດົາໄດ້ ຫຼື ອາດເກີດເຫດການ   ຄ້າຍໆກັບການເລືອກຕັ້ງ ສ.ອາເມຣິກາ ທີ່ຜ່ານມາກໍ່ເປັນໄປໄດ້ຈົນຮູ້ຈັກໄດ້ຜູ້ນໍາ ສ.ອາເມຣິກາ ຄົນໃໝ່ຊື່ ທ່ານ ໂດໂນ ທຣັມ.​ 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.