Header Ads

ອີຣ່ານເຜີຍແຜ່ພາບປະສົບຜົນສໍາເລັດໃນທົດສອບຂີປະນາວຸດ “ລູກສອນໄພຂ້າມທະວີບໄລຍະ 2000 ກມ” ເພີ່ມອຸນນະພູມຄວາມເຄັ່ງຕຶງຂອງໂລກອີກ



ສະຖາໂທລະພາບທ້ອງຖີ່ນຂອງລັດຖະບານອີຣ່ານເຜີຍແຜ່ພາບການທົດລົດຍິງຂີປະນາວຸດຂອງຣ່ານ ເຊິ່ງເປັນຂີປະນາວຸດພີໄສກາງທີ່ມີໄລຍະການຍິງ 2000 ກມ  ແລະ ຕິດຕັ້ງຫົວຮົບຫຼາຍຫົວໃນຂີປະນາວຸດດຽວກັນ . ການທົດສອບຍິງຂີປະນາວຸດໃນຄັ້ງນີ້ມີຂື້ນທີ່ພາຍຫຼັງທີ່ສໍາເລັດການຍ່າງສ່ວນສະໜານທີ່ດຖະບານອີຣ່ານຈັດຂື້ນ. ຈາກເຫດການຄວາມເຄັ່ງຕຶງຕໍ່ເນື່ອງມາຈາກອາທິດທີ່ຜ່ານມາກ່ຽວກັບ ປະທານາທິບໍດີ ໂດໂນ ທຣັມ ກ່າວຫາອີຣ່ານ ໃນທີ່ປະຊຸ່ມສະຫະປະຊາຊາດວ່າ ເປັນປະເທດໄຮ້ກົດໜາຍທີ່ໃຊ້ແຕ່ຄວາມຮຸນແຮງ ແລະ ຍັງກ່າວຕື່ມວ່າໂຄງການຮ່ວມມືພັດທະນາອາວຸດນິວເຄຼຍລະຫວ່າງ ສ. ອາເມຣິກາ ແລະ ອີຣ່ານ ເປັນຄວາມອັບອາຍຂອງ ສ. ອາເມຣິກາ.






ຢ່າງໃດກໍຕາມ ລັດຖະມົນຕີຕ່າງປະເທດຂອງອີຣ່ານຖະແຫຼງວ່າ:  ຕາບໃດທີ່ມີຜູ້ນໍາບາງປະເທດຍັງໃຊ້ຄໍາເວົ້າຄຸກຄາມ ລັດຖະບານອີຣ່ານຈະເດິນໜ້າສະແດງແສນຍານຸພາບທາງການທະຫານ ແລະ ຄວາມໝັ້ນຄົງຕໍ່ໄປ ໂດຍຍັງການລະບຸເພີ່ມຕື່ມອີກວ່າ ປະເທດອີຣ່ານບໍ່ຈໍາເປັນຕ້ອງຂໍອະນຸຍາດຈາກປະເທດໃດໃນການພັດທະນາຂີປະນາວຸດ.




ພາຍຫຼັງອີຣ່ານເຜີຍແຜ່ພາບເຫຼົ່ານັ້ນ ປະທານາທິບໍດີ ໂດໂນ ທຣັມ ກໍອອກມາທະວິດຂໍ້ຄວາມວ່າ :  ອີຣ່ານທົດສອບຂີປະນາວຸດໂຈມຕີອິສຣາເອສ ເຊິ່ງເປັນພັນທະມີດຂອງ  ສ. ອາເມຣິກາ  ແລະ ອີຣ່ານຍັງສົມຄົບຄິດກັບເກົາຫຼີເໜືອນໍາອີກ . ດັ່ງນັ້ນ,​ ສ. ອາເມຣິກາ  ຈະຍົກເລິກຂໍ້ຕົກລົງການຮ່ວມພັດທະນາອາວຸດນິວເຄຼຍທຸກຢ່າງທີ່ມີກັບ ອີຣ່ານ.





ຂ່າວກ່ຽວຂ້ອງ:


ທີ່ມາ: CNN/FoxNews/Aljazeera 
© ໂຕະນໍ້າຊາ | tonamcha.com    
___________








Powered by Blogger.