ຢີປຸ່ນຮຽກຮ້ອງໃຫ້ນາໆຊາດຕັດສາຍສໍາພັນການທູດເກົາຫຼີເໜືອ ກົດດັນໃຫ້ຢຸດຕິໂຄງການທົດລອງອາວຸດນິວເຄຼຍ
ນາຍົກລັດມົນຕີ ຊິນໂຊ ອາເບະ ຂອງປະເທດຢີປຸ່ນຮຽກຮ້ອງໃຫ້ 160 ປະເທດທົ່ວໂລກທີ່ມີຄວາມສໍາພັນທາງການທູດຂອງເກົາຫຼີເໜືອດ້ວຍການຫຼຸດລະດັບຄວາມສໍາພັນທາງການທູດ ແລະ ການຄ້າຂາຍລົງ ເພື່ອກົດດັນໃຫ້ເກົາຫຼີເໜືອຢຸດຕິໂຄງການທົດລອງອາວຸດນິວເຄຼຍ ເຊິ່ງມີການຄາດການວ່າ ເກົາຫຼີເໜືອ ຈະສູນເສຍລາຍໄດ້ຈາກການສົ່ງອອກເຖິງ 90 % ຫາກທົ່ວປະເທດປະຕິບັດຕາມການຮ້ອງຂໍຂອງຢີປຸ່ນ ແລະ ມະຕິຄະນະຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ເຫັນພ້ອມໃນ 9 ສະບັບກ່ອນໜ້ານັ້ນໃນການຄວໍ່າບາດ ເກົາຫຼີເໜືອ.
ສໍາລັບ ສປ ຈີນ ແມ່ນໜຶ່ງໃນປະເທດທີ່ມີດູນການຄ້າກັບ ເກົາຫຼີເໜືອຫຼາຍທີ່ສຸດໃນໂລກ ແລະ ພັນທະມິດທີ່ຫຼໍ່ລ້ຽງເສດຖະກິດເກົາຫຼີເໜືອ ເຊິ່ງທາງລັດຖະມົນຕີຕ່າງປະເທດຂອງຢີປຸ່ນກໍໄດ້ສົ່ງສານໄປຍັງ ສປ ຈິນ ເພື່ອຮ່ວມຮັບຜິດຊອບຕໍ່ຄວາມສະຫງົບ ແລະ ຄວາມຈະເລີນໃນພາກພື້ນນີ້ໃນຖານະປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 2 ແລະ ອັນດັບ 3 ຂອງໂລກ ໂດຍລະບຸໃນສານວ່າ ຢີປຸ່ນ ແລະ ສປ ຈີນ ບໍ່ຄວນຂັດແຍ້ງ ແລະ ຢຸດຕິຄວາມເຄັ່ງຕຶງໃນທະວີບອາຊີ ໂດຍສະເພາະແມ່ນບັນຫາແຫຼມເກົາຫຼີເໜືອ.
ນາຍົກລັດມົນຕີ ຊິນໂຊ ອາເບະ ຂອງປະເທດຢີປຸ່ນຢໍ້າວ່າເຖິງເວລາແລ້ວທີ່ທຸກປະເທດໃນໂລກຄວນເພີ່ມແຮງກົດດັນໃຫ້ເກົາຫຼີເໜືອຕ້ອງຢຸດທົດໂຄງການທົດລອງອາວຸດນິວເຄຼຍຢ່າງສົມບູນ ແລະ ກົດດັນເກົາຫຼີເໜືອຢ່າງເປັນຮູບມະທໍາຫຼາຍກວ່ານີ້ ເຊິ່ງເວລານີ້ອາດເລີຍເວລາຂັ້ນຕອນການຂະບວນເຈລະຈາກັບເກົາຫຼີເໜືອແລ້ວ.
© ໂຕະນໍ້າຊາ | tonamcha.com
___________
Post a Comment