Header Ads

ນາຍົກນາລັດຖະມົນຕີ ອັງກິດຄາດໃຊ້ເວລາ 2 ປີໃນການປ່ຽນແປງພາຍຫຼັງຖອນໂຕອອກຈາກສະຫະພາບເອີຣົບ (EU)


ທ່ານ ນາງ ເທີຣິຊາ ເມ ນາຍົກນາລັດຖະມົນຕີ ອັງກິດກ່າວພາຍຫຼັງເຂົ້າຮ່ວມກອງປະຊຸມ Florence ວ່າ:  ອັງກິດຈະໃຊ້ເວລາສອງປີໃນການປ່ຽນແປງພາຍຫຼັງອອກຈາກສະຫະພາບເອີຣົບຢ່າງສົມບູນໃນເດືອນ ມີນາ  2019  ແລະ ຈະບໍ່ຫັນຫຼັງກັບໄປເປັນສ່ວນໜຶ່ງຂອງສະຫະພາບເອີຣົບອີກ ແຕ່ຈະຮັກສາມິດຕະພາບ ແລະ ສາຍສໍາພັນເດີມໄວ້ດັ່ງເດີມໃນທະວີບນີ້.




ເຊິ່ງນີ້ແມ່ນສັນຍານຫຼ້າສຸດຈາກ ທ່ານ ນາງ ເທີຣິຊາ ເມ ນາຍົກນາລັດຖະມົນຕີ ອັງກິດ ພາຍຫຼັທີ່ມີຂ່າວຈາກຄໍາຖະແຫຼງຜ່ານທີ່ປຶກສາ ທ່ານ ອອຍລີ ຣອບບິນ (Olly Bobbins)  ເລື່ອງອັງກິດໄດ້ຕັດສີນໃຈຍອມຈ່າຍເງິນໃຫ້ກັບກຸ່ມສະຫະພາບເອີຣົບ (EU) ເປັນຈໍານວນເງິນ 2 ໝື່ນລ້ານເອີໂລເພື່ອແລກກັບການອອກຈາກສະມາຊິກສະຫະພາບເອີຣົບຕາມເຈນຈໍານົງ ແລະ ບໍ່ມີການປ່ຽນແປງແນວທາງນອກຈາກນີ້.


ຂ່າວທີ່ກ່ຽວຂ້ອງ: 


© ໂຕະນໍ້າຊາ | tonamcha.com    
__________






Powered by Blogger.