Header Ads

ທ່ານ ປະທານປະເທດ ລົງຢ້ຽມຢາມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ


ຕອນເຊົ້າຂອງວັນທີ 22 ກັນຍາ 2017 ເມືອງໄຊເສດຖາ ເປັນກຽດຢ່າງສູງ ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່-ປະທານປະເທດ ແຫ່ງ ສ ປປ ລາວ ໃນໂອກາດລົງຢ້ຽມຢາມ ເມືອງ ໄຊເສດຖາ ນວ. ເຂົ້າຮ່ວມຕ້ອນຮັບ ໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງ ນວ, ທ່ານ ຖະໜອມ ທຳທອງ ເຈົ້າເມືອງ ໄຊເສດຖາ ພ້ອມດ້ວຍບັນດາພະແນກການ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຕ້ອນຮັບຢ່າງອົບອຸ່ນ.



ເຊີ່ງໃນໂອກາດລົງຢ້ຽມຢາມຄັ້ງນີ້ ຈຸດທຳອິດ, ຄະນະໄດ້ລົງຢ້ຽມຢາມວິສາຫະກິດສ່ວນບຸກຄົນ ຫັດຖະກຳຕໍ່າຫູກລາຍລາວ ເຊີ່ງວິສາຫະກິດສ່ວນບຸກຄົນ ຫັດຖະກຳຕໍ່າຫູກລາຍລາວ ສ້າງຕັ້ງຂຶ້ນໃນວັນທີ 15 ພຶດສະພາ 2015, ມີທຶນຈົດທະບຽນ 50.000.000 ກີບ. ເຊິ່ງແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊເສດຖາ ເປັນຜູ້ອອກໃບອານຸຍາດດຳເນີນກິດຈະການ. ປະຈຸບັນ ແມ່ນໄດ້ຮັບອະນຸຍາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ໂດຍແມ່ນກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ອອກໃບອະນຸຍາດ, ເຊິ່ງເປັນຫົວໜ່ວຍທີ 7, ຂອງເມືອງໄຊເສດຖາ ແລະ ຫົວໜ່ວຍທີ 30 ໃບຈຳນວນ 40 ຫົວໜ່ວຍທີ່ໄດ້ຮັບອະນຸຍາດເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຂອງນະຄອນຫຼວງວຽງຈັນ.



ຈາກນັ້ນ, ຄະນະກໍໄດ້ລົງຢ້ຽມຢາມ ຮ້ານຈຳປາລ້ານຊ້າງ ຫັດຖະກຳເຄື່ອງເງິນ ສ່ວນບຸກຄົນຮ້ານຈຳປາລ້ານຊ້າງ ຫັດຖະກຳເຄື່ອງເງິນ ສ່ວນບຸກຄົນ ສ້າງຕັ້ງຂຶ້ນໃນວັນທີ 25 ກັນຍາ 2012, ມີທຶນຈົດທະບຽນ 20.000.000 ກີບ. ເຊິ່ງແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊເສດຖາ ເປັນຜູ້ອອກໃບອານຸຍາດດຳເນີນກິດຈະການ. ປະຈຸບັນແມ່ນໄດ້ຮັບອະນຸຍາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ໂດຍແມ່ນກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ອອກໃບອະນຸຍາດ, ເຊິ່ງເປັນອັນດັບໜ່ວຍທີ 02 ຂອງເມືອງໄຊເສດຖາ ແລະ ຫົວໜ່ວຍທີ 07 ໃນຈຳນວນ 40 ຫົວໜ່ວຍທີ່ໄດ້ຮັບອະນຸຍາດເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຂອງນະຄອນຫຼວງວຽງຈັນ.



ທ້າຍສຸດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂອງເມືອງໄຊເສດຖາ, ບັນດານາຍບ້ານ ແລະ ຄອບຄົວຕົວແບບ ທີ່ສະໂມສອນ ຂອງສຳນັກງານ ອົງການປົກຄອງເມືອງ ໄຊເສດຖາ, ພາຍຫຼັງຮັບຟັງການລາຍງານສະພາບ ຂອງເມືອງໄຊເສດຖາ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ, ຜົນງານທີ່ ຄະນະພັກເມືອງ, ອົງການປົກ ຄອງເມືອງ ໄຊເສດຖາ ແລະ ປະຊາຊົນ ຂອງເມືອງຍາດມາໄດ້ ແລະ ກໍໄດ້ຊີ້ນຳບາງບັນຫາທີ່ ເມືອງຄວນເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດໃນແຜນວຽກຂອງ ເມືອງໄຊເສດຖາ ຄື:

- ວຽກງານປ້ອງກັນ ແລະ ຮັກສາຄວາມສະຫງົບຮອບດ້ານ ເນື່ອງຈາກເປັນເມືອງໃຈກາງ ຂອງ ນວ ມີຫຼາຍ ສຳນັກງານ, ອົງການຂອງຂອງສູນກາງ ແລະ ທ້ອງຖິ່ນຕັ້ງຢູ່, ມີສະຖານທີ່ສຳຄັນ ຂອງຊາດ ຫຼາຍແຫ່ງ.... ຈື່ງໃຫ້ເນັ້ນໜັກ ໃນວຽກງານນີ້ເປັນພິເສດ.

- ບັນຫາແຮງງານ: ໂດຍສະເພາະແມ່ນ ໃຫ້ເກັບກຳ, ກວດກາບັນຊີຂອງແຮງງານໃດ ທີ່ ເປັນແຮງງານຕ່າງປະເທດ, ແຮງງານໃດທີ່ເປັນປະຊາຊົນພາຍໃນ ໂດຍສະເພາະມາແຕ່ເຂດຊົນນະບົດ, ເຂດຊານເມືອງ ເຂດຫ່າງໄກ ທີ່ເຂົ້າມາທຳມາຫາກິນ, ເຂົ້າມາເຮັດວຽກໃນຕົວເມືອງ ແມ່ນຕ້ອງ ຈັດສັນໃຫ້ມີຄວາມສົມດູນກັນ ທັງນີ້ແມ່ນໃຫ້ເອົາໃຈໃສ່ສົ່ງເສີມແຮງງານພາຍໃນໃຫ້ຫຼາຍ ເພື່ອເຮັດ ໃຫ້ສີມື, ບຸກຄະລະກອນ, ນາຍຊ່າງ ແລະ ແຮງງານ ພາຍໃນທີ່ແມ່ນປະຊາຊົນລາວເອງນັ້ນ ມີຄວາມ ເຂັ້ມແຂງດ້ວຍຕົນເອງ ກຸ້ມຕົນເອງ.

- ວຽກງານຮັກສາຄວາມສະຫງົບ ຂອງສັງຄົມ ເປັນຕົ້ນການສະກັດກັ້ນ ແລະ ແກ້ໄຂບັນ ດາປະກົດການຫຍໍ້ທໍ້ ຂອງສັງຄົມເຊັ່ນ: ບັນຫາຢາເສບຕິດ, ການຂີ້ລັກປຸ້ນຈີ້, ຊີງຊັບ, ການສ້າງບ້ານ ປອດຄະດີ ແລະ ການສຶກສາອົບຮົມແນວຄິດການເມືອງຢ່າງເປັນປະຈຳ ແຕ່ພະນັກງານຂັ້ນຕ່າງໆ ຂອງອົງການປົກຄອງເມືອງ ຈົນເຖິງ ສະຖາບັນຄອບຄົວ.


- ວຽກງານການສົ່ງເສີມ ແລະ ພັດທະນາການສຶກສາ; ວຽກງານສາທາລະນະສຸກ ແລະ ວຽກງານປິ່ນອ້ອມອື່ນໆອີກ.

ທີ່ມາ: vientianenewday 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.