ອັງກິດຍອມທຸ້ມ 2 ໝື່ນລ້ານເອີໂລ ເພື່ອແລກກັບອິດສະຫຼະພາບອອກຈາກສະຫະພາບເອີຣົບ
ອີງຕາມການລາຍງານຂອງວາລະສານດ້ານການເງິນ ( Financial Times) ໃນວັນທີ 19 ກັນຍາ ຜ່ານມາວ່າ: ທ່ານ ອອຍລີ ຣອບບິນ (Olly Bobbins) ທີ່ປຶກສາຂອງ ທ່ານ ນາງ ເທີຣີຊາ ເມ ນາຍົກລັດຖະມົນຕີຂອງອັງກິດໄດ້ແຈ້ງຕໍ່ພາກສ່ວນທີ່ກ່ຽວຂ້ອງວ່າ ອັງກິດຕັດສີນໃຈຍອມຈ່າຍເງິນໃຫ້ກັບກຸ່ມສະຫະພາບເອີຣົບ (EU) ເປັນຈໍານວນເງິນ 2 ໝື່ນລ້ານເອີໂລເພື່ອແລກກັບການອອກຈາກສະມາຊິກສະຫະພາບເອີຣົບຕາມເຈນຈໍານົງທີ່ໄດ້ແຈ້ງການ BREXIT ໄປກ່ອນໜ້ານີ້ ເຊິ່ງຄາດການວ່າ ຜູ້ນໍາອັງກິດ ທ່ານ ນາງ ເທີຣີຊາ ເມ ນາຍົກລັດຖະມົນຕີ ຈະຖະແຫຼງເລື່ອງນີ້ຢ່າງເປັນທາງການໃນວັນສຸກນີ້ (22 ກັນຍາ) ເຖິງຢ່າງໃດກໍຕາມ ທາງດ້ານສໍານັກນາຍົກລັດຖະມົນຕີຍັງບໍ່ທັນໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບຂ່າວ ຫຼື ມີການເຄື່ອນໄຫວກ່ຽວກັບເລື່ອງຖະແຫຼງຂ່າວແຕ່ຢ່າງໃດ.
ສໍາລັບເງິນຈໍານວນ 2 ໝື່ນລ້ານເອີໂລ ທີ່ອັງກິດຈະຕ້ອງຈ່າຍໃຫ້ກັບກຸ່ມສະຫະພາບເອີຣົບເພື່ອຊົດເຊີຍຕາມຂໍ້ມຕົກລົງທີ່ອັງກິດໄດ້ເຮັດໄວ້ກັບອີຢູໃນງົບປະມານໄລຍະ 7 ປີຂອງອີຢູເຊິ່ງຈະສີ້ນສຸດໃນປີ 2020 ທີ່ຈະມາເຖິງນີ້ ແລະ ອັງກິດຈະຕ້ອງທະຍອຍຈ່າຍເປັນໄລຍະ ກ່ອນທີ່ອັງກິດຈະອອກຈາກສະຫະພາບເອີຣົບຢ່າງສົມບູນຕາມຂະບວນການທຸກຢ່າງ.
ທີ່ມາ: Financial Times
© ໂຕະນໍ້າຊາ | tonamcha.com ___________
Post a Comment