Header Ads

ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກ



ອີງຕາມການຍລາຍງານຂ່າວຂອງ ຂປລ ວ່າ: ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບ ຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກສະກັດກັ້ນການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານທີ່ມີລັກສະນະທາງການຄ້າ ແລະ ມີການເຂົ້າ-ອອກຜ່ານດ່ານເປັນປະຈໍາເພື່ອປົກປ້ອງຜູ້ປະກອບການທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍພາຍໃນສປປ ລາວ.

ໃນວັນທີ 19 ກັນຍາ 2017 ຜ່ານມານີ້ ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີພິທີເຊັນສັນຍາ ລະ ຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການພັດທະນາລະບົບຈັດເກັບອາກອນມູນຄ່າເພີ່ມ ຈາກເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ຄ່າທໍານຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ທີ່ດ່ານພາສີສາກົນຂົວມິດຕະພາບ 1 (Smart VAT ແລະ Fees).


ທ່ານ ບຸນປະເສີດ ກ່າວວ່າ: ການພັດທະນາການຈັດເກັບອາກອນແບບອີເລັກໂທຣນິກ ສ່ວນໜຶ່ງ ກໍເປັນການສົ່ງເສີມໃຫ້ປະຊາຊົນ ຫລື ຜູ້ໂດຍສານ ມີການໃຊ້ບໍລິການ ຫລື ຈັບຈ່າຍສິນຄ້າ, ເຄື່ອງຂອງພາຍໃນໃຫ້ຫລາຍຂຶ້ນ; ຫລຸດຜ່ອນການນໍາເອົາເງິນຕາອອກນອກປະເທດ ແລະ ອື່ນໆ. ຜູ້ຊົມໃຊ້ ຫລື ຜູ້ເສຍຄ່າພາສີອາກອນມູນຄ່າເພີ່ມສາມາດມີທາງເລືອກໃນການຊໍາລະອາກອນມູນຄ່າເພີ່ມໄດ້ງ່າຍຂຶ້ນ ເຊັ່ນ: ຜ່ານທາງ BCEL one ແລະ ຜ່ານບັດສະມາດແວັດ (Smart VAT Card) ເຊິ່ງສະດວກສະບາຍ ແລະ ໄວກວ່າໃຊ້ແບບຟອມແຈ້ງແບບດັ່ງເດີມ. 


ທີ່ມາ: ສໍານັກຂ່າວສານປະເທດລາວ 

© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.