ອະດີດປະທານສູນກາງແນວລາວສ້າງຊາດລົງພົບປະໂອ້ລົມຕໍ່ພະນັກງານຫລັກແຫລ່ງແຂວງເຊກອງ
ໃນວັນທີ 20 ຕຸລາ 2017 ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດໄດ້ລົງພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ແຂວງເຊກອງ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຖາວອນ ພົມມະໄລລຸນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ,ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະນັກງານບໍານານອາວຸໂສປະຕິວັດຕະຫລອດຮອດຂະແຫນງການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ກ່ອນອື່ນຫມົດທ່ານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານອັນພົ້ນເດັ່ນທີ່ແຂວງເຊກອງຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນບັນດາການນໍາພັກ-ລັດ, ບັນດາຫົວຫນ່ວຍທຸລະກິດ ໄດ້ເປັນກໍາລັງແຮງຊຸກດັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງມີຄວາມເຂັ້ມແຂງ, ປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ, ສ້າງບ້ານເປັນ ຫົວໜ່ວຍພັດທະນາ ແລະ ການບຸກທະລຸໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ນາລີວັນ/ຂ່າວແຂວງເຊກອງ
© ໂຕະນໍ້າຊາ | tonamcha.com
___________
Post a Comment