ເຫດແຜນດິນໄຫວຂະໜາດແຮງສັ່ນສະເທືອນ 7.1 ແມັກນິຈູດທີ່ປະເທດແມັກຊີໂກ ມີຜູ້ເສຍຊີວິດແລ້ວ 248 ຄົນ
ສໍານັກຂ່າວຕ່າງປະເທດລາຍງານວ່າ : ໃນວັນອັງຄານ ທີ 19 ກັນຍາ 2017 ເກີດເຫດແຜນດິນໄຫວຂະໜາດຄວາມແຮງສັ່ນສະເທືອນ 7.1 ແມັກນິຈູດທີ່ປະເທດແມັກຊີໂກ ໃນເວລາປະມານ 13.14 ນາທີ (ເວລາທ້ອງຖີ່ນ) ຈາກແຮງສະເທືອນຂອງແຜ່ນດີນໄຫວເຮັດໃຫ້ຕຶກອາຄານຢ່າງໜ້ອຍ 27 ຫຼັງເສຍຫາຍ (ຄາດວ່າໂຕເລກຈະເພີ່ມຂື້ນຕື່ມ) ແລະ ຍັງຄົງມີລາຍງານຄວາມເສຍຫາຍມາຕໍ່ເນື່ອງ.
ປະທານາທິບໍດີ ເອັນຣິເກ ເປນາ ນິເອໂຕ ອອກເດິນທາງມາຍັງນະຄອນຫຼວງແມັກຊີໂກ ເພື່ອສັງການແຜນຮັບມືເຫດສຸກເສີນຈາກເຫດແຜນດິນໄຫວ ແລະ ສັ່ງໃຫ້ກອງທັບເຂົ້າຊ່ວຍເຫຼືອພົນລະເມືອງທີ່ຖືກຜົນກະທົບຮີບດ່ວນ. ຂໍ້ມູນເບື້ອງຕົ້ນມີລາຍງານຜູ້ເສຍຊີວິດແລ້ວ 248 ຄົນ, ອາຄານ ແລະ ບ້ານເຮືອນຂອງປະຊາຊົນເສຍຢ່າງໜັກໜ່ວງ.
ສໍາລັບເຫດການແຜນດິນໄຫວຄັ້ງນີ້ຖືເປັນຄັ້ງທີສອງໃນໜຶ່ງເດືອນ ເພາະໃນວັນທີ 7 ກັນຍາ ຜ່ານມາກໍເກີດເຫດແຜ່ນດິນໄຫວຂະໜາດ 8.1 ແມັກນິຈູດ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 98 ຄົນ , ຕຶກອາຄານ ແລະ ບ້ານເຮືອນປະຊາຊົນເສຍຫາຍຢ່າງໜັກ.
ທີ່ມາ: AP/Theguardian
© ໂຕະນໍ້າຊາ | tonamcha.com
___________
Post a Comment