Header Ads

ລາວ-ຍີ່ປຸ່ນ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ



ໃນໂອກາດການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ອິວາໂອະ ໂຮຣິອິ (Mr. Iwao HORII), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ຝ່າຍລັດຖະສະພາ, ພ້ອມດ້ວຍຄະນະ ໃນລະຫວ່າງວັນທີ 16-18 ກັນຍາ 2017, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນັ້ນ, ສອງຝ່າຍໄດ້ພົບປະເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ກ້ວາງຂວາງຍິ່ງຂຶ້ນ.

 ໃນການພົບປະ ຊຶ່ງຈັດຂຶ້ນທີ່ກະຊວງການຕ່າງປະເທດ ໃນວັນທີ 18 ກັນຍາ 2017 ໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 62 ປີຜ່ານມາ ທີ່ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ, ເຊິ່ງເຫັນໄດ້ຈາກການ​ແລກປ່ຽນການຢ້ຽມຢາມ​ຢ່າງເປັນ​ປົກ​ກະ​ຕິ ຂອງຄະນະຜູ້ແທນສອງປະເທດ ນັບແຕ່ລະດັບການນຳຂັ້ນສູງ ຈົນເຖິງ​ຂັ້ນພະ​ນັກງານ​ວິ​ຊາ​ການແລະປະ​ຊາ​ຊົນ​ຂອງສອງປະເທດ.ພ້ອມກັນນັ້ນ, ສອງຝ່າຍ ຍັງເຫັນດີຈະສືບຕໍ່ຜັນຂະຫຍາຍການປະຕິບັດແຜນການຮ່ວມມື ລາວ-ຍີ່ປຸ່ນ ເພື່ອພັດທະນາ ສປປ ລາວ ແບບຍືນຍົງ ໂດຍປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຂອງ ສປປ ລາວ (2016-2020); ການຂະຫຍາຍການຮ່ວມມືໃຫ້ຫຼາຍຂຶ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະການຈັດໂຄງການຮ່ວມມື ເພື່ອແລກປ່ຽນບົດຮຽນເຊັ່ນ: ການຈັດຝຶກອົບຮົມໃຫ້ແກ່ ນັກການທູດຫນຸ່ມນ້ອຍຂອງ ສປປ ລາວ ແລະ ອື່ນໆ ເພື່ອຮັບໃຊ້ການພົວພັນຮ່ວມມືສອງປະເທດ ທີ່ນັບມື້ນັບຫລາຍຂຶ້ນ; ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.



 ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບການຢ້ຽມຢາມ ສປປ ລາວ ຂອງ ທ່ານ ອິວະໂອະ ໂຮຣິອິ ແລະ ສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ຝ່າຍລັດຖະສະພາ ຄົນໃຫມ່ ໃນເດືອນສິງຫາ 2017 ຜ່ານມາ; ທ່ານ ນາງ ຄຳເພົາ ເອີນທະວັນ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການ​ຊ່ວຍ​ເຫຼືອທາງການເພື່ອການພັດທະນາ(Official Development Assistance-ODA), ໂດຍ​ສະ​ເພາະໂຄງ​ການ​ປຸກ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນຢູ່ພາກ​ກາງແລະພາກ​ໃຕ້ຂອງລາວຈຳ​ນວນ 37 ຫຼັງ, ມູນ​ຄ່າ​ປະ​ມານ13,7 ລ້ານ ໂດ​ລາ​ສະ​ຫະ​ລັດ, ທີ່ຈະ​​ມີການລົງນາມ ໃນເດືອນຕຸລາ 2017 ທີ່ຈະມາເຖິງນີ້,​ຊຶ່ງໂຄງການດັ່ງກ່າວ ລັດ​ຖະ​ບານ​ລາວຖືເປັນ​ບູ​ລິ​ມະ​ສິດໃນດ້ານ​ການ​ພັດ​ທະ​ນາ​ຊັບ​ພະ​ຍ​າ​ກອນ​ມະ​ນຸດເພື່ອບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ 2020. ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຍີ່ປຸ່ນ ທີ່ໄດ້ສົ່ງອາສາສະຫມັກ ແລະ ຊ່ຽວຊານໄປຖ່າຍທອດຄວາມຮູ້ ແລະ ປະສົບການແກ່ພະນັກງານ ແລະ ປະຊາຊົນລາວ.

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ສະໜັບສະໜູນ ຍີ່ປຸ່ນ ໃນການສະຫມັກເຂົ້າເປັນສະມາຊິກ ຂອງອົງກອນເຄືອຂ່າຍຕ່າງໆຂອງອົງການສະຫະປະຊາຊາດ ເລື້ອຍໆມາ.

ໃນວັນດຽວກັນ, ທ່ານ ອິວະໂອະ ໂຮຣິອິ ແລະ ຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ, ແລະ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອດ້ານສະບຽງອາຫານຂອງຍີ່ປຸ່ນ ແກ່ ສປປ ລາວ ໂດຍຜ່ານອົງການອາຫານໂລກ (World Food Programme-WFP), ທີ່ ກະຊວງສຶກສາທິການ ແລະ ກິລາ. ນອກຈາກນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມທັດສະນະສຶກສາຢູ່ສະຖານທີ່ຕ່າງໆເຊັ່ນ: ຫ້ອງການຜູ້ຕາງໜ້າອົງການ JICA (Japan International Cooperation Agency) ປະຈຳ ສປປ ລາວ, ໂຄງການຂະຫຍາຍສະໜາມບິນສາກົນວັດໄຕ, ໂຮງຮຽນມັດທະຍົມຕົ້ນ ບ້ານນາຂ່າ, ສູນພັດທະນາອ່າງລ້ຽງປານຳ້ຊວງ ແລະ ເຂື່ອນໄຟຟ້ານຳ້ງື່ມ 1.


ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.