Header Ads

ເຮືອບິນຖີ້ມລະເບີດ F-15C ຂອງ ສ. ອາເມຣິກາ ຊ້ອມບິນໃກ້ເກົາຫຼີເໜືອທີ່ສຸດໃນຮອບຫຼາຍປີ



ກະຊວງປ້ອງກັນປະເທດຂອງ ສ. ອາເມຣິກາ ເປີດເຜີຍເຮືອບິນຖີ້ມລະເບີດ F-15C ບິນຢູ່ນ່ານຟ້າທາງຝັ່ງຕາເວັນອອກຂອງເກົາຫຼີເໜືອເພື່ອສະແດງແສນຍານຸພາບຂອງກອງທັບ  ສ. ອາເມຣິກາ ແລະ ສະທ້ອນໃຫ້ເກົາຫຼີເໜືອຮັບຮູ້ວ່າ ສ. ອາເມຣິກາ ມີທາງເລືອກຫຼາຍທາງໃນການສູ້ຮົບກັບໄພຄຸກຄາມທຸກຮູບແບບ . ສໍາລັບເຮືອບິນແມ່ນບິນຈາກເກາະໂອກີນະວະ ປະເທດຢີ່ປຸ່ນໄປມຸ້ງໜ້າເຂົ້າໃກ້ນ່ານຟ້າທາງຝັ່ງຕາເວັນອອກຂອງເກົາຫຼີເໜືອ ຖືເປັນການຊ້ອມບິນໂດຍເຮືອຖີ້ມລະເບີດໃກ້ນ່ານຟ້າເກົາຫຼີເໜືອທີ່ສຸດໃນຮອບຫຼາຍປີໃນສັດຕະວັດທີ 21 ເຊິ່ງທາງກະຊວງປ້ອງກັນປະເທດລະບຸວ່າ ກອງທັບພ້ອມທີ່ຈະປົກປ້ອງມະຕິພູມ ສ. ອາເມຣິກາ ແລະ ພັນທະມິດ. 







ຂ່າວເຮືອບິນຖີ້ມລະເບີດ ສ. ອາເມຣິກາ ຊ້ອມບິນໃກ້ເກົາຫຼີເໜືອມີຂື້ນພາຍຫຼັງທີ່ ປະທານາທິບໍດີ ໂດໂນ ທຣັມ  ແລະ ລັດຖະມົນຕິຕ່າງປະເທດຂອງເກົາຫຼີເໜືອເລີ່ມເປີດສົງຄາມນໍ້າລາຍດ້ວຍການຂູ່ກັນໄປຂູ່ກັນມາໃນທີ່ປະຊຸ່ມ UNGA ທີ່ນະຄອນນິວຢອກ ສ. ອາເມຣິກາ ໂດຍ ປະທານາທິບໍດີ ໂດໂນ ທຣັມ ຂູ່ວ່າຈະໂຈມຕີເກົາຫຼີໃຫ້ຮາບກ້ຽງ ແລະ ກ່າວຫາຜູ້ນໍາເກົາຫຼີເໜືອ ທ່ານ ຄີມ ຈອງ-ອືມ ວ່າເປັນ ມະນຸດຕະຫຼວດ ຫຼື  (Rocket Man)  ແລະ ເປັນໄພຄຸກຄາມຕໍ່ ສ. ອາເມຣິກາ ແລະ ສັນຕິພາບໂລກ ໃນຂະນະທີ່ລັດຖະມົນຕີຕ່າງປະເທດເກົາຫຼີ ທ່ານ ຣີຍອງ ໂຮ ກໍຍ່າງອອກຈາກກອງປະຊຸມ UNGA  ທັນທີຫຼັງົດ້ຍິນຄໍາກ່າວຂອງ  ປ. ໂດໂນ ທຣັມ   ເຊິ່ງພາຍຫຼັງກໍ່ໃຫ້ສໍາພາດວ່າ ຜູ້ນໍາເກົາຫຼີເໜືອ ທ່ານ ຄີມ ຈອງ-ອືມ ອາດອະນຸມັດການທົດລອງຂີປະນາວຸດໄຮໂດຣເຈນ (H-Bomb) ເຊິ່ງເປັນການຈູດສະນວນຄວາມເຄັ່ງຕຶງ ແລະ ເພີ່ມອຸນນະພຸມໃຫ້ແຕ່ລະຝ່າຍຍິ່ງຂື້ນ. 

ລັດຖະມົນຕີຕ່າງປະເທດເກົາ ທ່ານ ຣີຍອງ ໂຮ

ທີ່ມາ: CGTN /AP 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.