Header Ads

ລັດຖະບານມຽນມາ ກຽມຕັ້ງຄະນະກໍາມະການຮັບມືວິກິດການຊາວໂຣຮີງຢາ



ສໍານັກງານຂ່າວຕ່າງປະເທດລາຍງານວ່າ : ລັດຖະບານມຽນມາກຽມຕັ້ງຄະນະກໍາມະການຮັບມືວິກິດການຊາວໂຣຮີງຢາ ພ້ອມມີການກວດສອບຜູ້ລີ້ໄພທີ່ລົບໜີໄປປະເທດບັງກາລາເທດໃນອາທິດທີ່ຜ່ານມາ ເຊິ່ງຂະບວນການສົ່ງມອບຜູ້ລີ້ໄພກັບມາປະເທດມຽນມາຈະເປັນໄປຕາມຂໍ້ຕົກລົງລະຫວ່າງມຽນມາ ແລະ ບັງກາລາເທດທີ່ເຊັນກັນໃນປີ 1993. 



ສໍາລັບການເຄື່ອນໄຫວຫຼ້າສຸດຂອງ ລັດຖະບານມຽນມາ ນໍາໂດຍ ທ່ານ ນາງ ອອງຊານ ຊູຈີ ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມໃນນະຄອນເນປີດໍກັບຄະນະກໍາມະການຈັດຕັ້ງປະຕິບັດຄໍາແນະນໍາກ່ຽວກັບລັດຍະໄຂ່ (Implementation Committee for the Recommendations on Rakhine State ) ໃນອາທິດຜ່ານມາໂດຍທີ່ປະຊຸມໄດ້ມີຄໍາຖະແຫຼງລະບຸວ່າຂອງ ທ່ານ ນາງ ອອງຊານ ຊູຈີ ວ່າ:  ລັດຖະບານມຽນມາ ໃຫ້ຄວາມສໍາຄັນໃນຂະບວນການຮັບຮູ້ລີ້ໄພກັບຄືນສູ່ມຽນມາເປັນແມ່ນ : ການກໍານົດພື້ນທີ່ຮັບຜູ້ລີ້ໄພ,ໂຄງການຟື້ນຟູ ແລະ ການຕັ້ງຖີ່ນຖານຂອງຜູ້ລີ້ໄພ ເຊິ່ງບໍ່ແມ່ນການຈັດໃຫ້ສະເພາະຊາວມຸສລິມເທົ່ານັ້ນ ແຕ່ລວມທັງຊົນເຜົ່ານ້ອຍໆ (ຊົນກຸ່ມນ້ອຍ) ທີ່ລົບໜີອອກຈາກລັດຍະໄຂ່ ພາຍຫຼັງທີ່ເກີດເຫດປະທະຢ່າງຮຸນແຮງທີ່ລັດຍະໄຂ່ໃນວັນທີ 25 ສິງຫາ ຜ່ານມາ.​






ນອກເໜືອຈາກການຕັ້ງຄະນະກໍາມະການຮັບມືວິກິດການຊາວໂຣຮີງຢາແລ້ວ ລັດຖະບານມຽນຍັງກຽມພານັກການທູດຈາກນາໆຊາດໄປຍັງລັດຍະໄຂ່ໃນອາທິດໜ້າຕື່ມ ເພື່ອຕິດຕາມ ແລະ ເບິ່ງສະພາບຄວາມເປັນຈິງໃນພື້ນທີ່ ພ້ອມດຽວກັບກຽມສົ່ງບັນຊີລາຍຊື່ກຸ່ມຜູ້ກໍ່ການຮ້າຍໃຫ້ກັບລັດຖະບານບັງກາລາເທດ ແລະ ຮ່ວມປຶກສາຫາລື-ຮ່ວມມືກ່ຽວກັບບັນຫາຊາຍແດນຂອງທັງສອງປະເທດຕື່ມອີກ. 



Photo: The India Express/The News 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.