Header Ads

ອັງເກລາ ແມຣເຄີລ (Angela Merkel) ຊະນະການເລືອກຕັ້ງເປັນນາຍົກລັດຖະມົນຕີເຢຍລະມັນເປັນສະໄໝທີ 4 ຕາມຜົນສໍາຫຼວດ


ການເລືອກຕັ້ງໃນເຢຍລະມັນ 2017 ມີຂື້ນໃນວັນທີ 24 ກັນຍາ 2017 ຜ່ານມາໂດຍມີສອງໃຫຍ່ພັກຊີດີຢູ (CDU) ຂອງທ່ານ ນາງ ອັງເກລາ ແມຣເຄີລ (ຄະແນນນິຍົມຕາມຜົນສໍາຫຼວດຢູ່ທີ່ 40%) ແລະ ພັກ ເອັສພີດີ (SPD) ຂອງ ທ່ານ ມາຕິນເປັນເບີສອງ ( ຄະແນນນິຍົມຕາມຜົນສໍາຫຼວດຢູ່ທີ່ 25%) ແລະ ຕາມມາດ້ວຍອີກນ້ອຍອີກຫຼາຍພັກເພື່ອຊິງຕໍາແໜ່ງນາຍົກລັດຖະມົນຕີເຢຍລະມັນ.







ຜົນການນັບຄະແນນມື້ວານນີ້ ( 25 ກັນຍາ) ປະກົດວ່າພັກຊີດີຢູຂອງທ່ານ ນາງ ອັງເກລາ ແມຣເຄີລມີຄະແນນນໍາ (33%) ແລະ ຍາດບ່ອນນັ່ງໃນສະພາ 246 ບ່ອນນັ່ງ (ຫຼື ເທົ່າກັບ 34.7% ) ໃນຂະນະທີ່ພັກ ເອັສພີດີຂອງ ທ່ານ ມາຕິນ ມີຄະແນນຢູ່ທີ່ (20.5%) ແລະ ສາມາດຍາດບ່ອນນັ່ງໃນສະພາໄດ້ 153 ບ່ອນນັ່ງ (ຫຼື ເທົ່າກັບ 21.6% ) ສົ່ງຜົນໃຫ້ ທ່ານ ນາງ ອັງເກລາ ແມຣເຄີລ ສາມາດຮັກສາຕໍາແໜ່ງນາຍົກລັດຖະມົນຕີເຢຍລະມັນໄດ້ອີກຄັ້ງ ແລະ ກາຍເປັນນາຍົກລັດຖະມົນຕີສະໄໝທີ 4 ຕາມຜົນການສໍາຫຼວດ.




© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.