Header Ads

ປະທານາທິບໍດີ ໂດໂນ ທຣັມ ຂູ່ຈະໂຈມຕິເກົາຫຼີເໜືອໃນກອງປະຊຸມສະມັດຊາໃຫຍ່ແຫ່ງ ສະຫະປະຊາຊາດ (UNGA) ພ້ອມກັບກ່າວໂຄງການການຮ່ວມມືພັດທະນາອາວຸດນິວເຄຼຍລະຫວ່າງ US ແລະ Iran ວ່າເປັນຂໍ້ຕົກລົງທີ່ໜ້າອັບອາຍ



ປະທານາທິບໍດີ ໂດໂນ ທຣັມ ກ່າວໃນລະຫວ່າງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ແຫ່ງ ສະຫະປະຊາຊາດ ( ຫຼື UNGA) ໃນວັນທີ 19 ກັນຍາ ທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ສະຫະປະຊາຊາດ (UN) ຍົກລະດັບການຄວໍ່າບາດຕໍ່ເກົາຫຼີເໜືອນເພີ່ມເຕີມ  ພ້ອມກັບກ່າວວ່າ ເກົາຫຼີເໜືອເປັນຫາຍຍານະຂອງໂລກ ແລະ ເອີ້ນຜູ້ນໍາເກົາຫຼີເໜືອ ທ່ານ ຄີມ ຈອງ-ອືມ ວ່າ ມະນຸດຈະຫຼວດ  " ຫຼື rocket man”. ນອກນັ້ນ, ທ່ານ  ໂດໂນ ທຣັມ ຍັງກ່າວເສີ່ມຕື່ມອີກວ່າ ການໂຄງພັດທະນາຂີປະນາວຸດ ນິວເຄຼຍເປັນລະເບີດຂ້າໂຕເອງທ່ານ ຄີມ ຈອງ-ອືມ ເພາະສະຫະລັດ ອາເມລິກາ ບໍ່ມີທາງເລືອກອື່ນນອກຈາກການທໍາລາຍລ້າງເກົາຫຼີເໜືອໃຫ້ຮາບກ້ຽງເທົ່ານັ້ນ.​






ການກ່າວໃນທີ່ປະຊຸມ  ປະທານາທິບໍດີ ໂດໂນ ທຣັມ ຍັງເວົ້າເຖິງໂຄງການການຮ່ວມມືພັດທະນາອາວຸດນິວເຄຼຍລະຫວ່າງ ສ. ອາເມລິການ ແລະ ອີຣ່ານທີ່ມີການເຊັນສັນຍາໃນສະໄໝ ອາດີດປະທານາທິບໍດີ  ບາຣັກ ໂອບາມາ ວ່າເປັນຂໍ້ຕົກລົງທີ່ໜ້າອັບອາຍຂອງ ສ. ອາເມລິກາ ແລະ ທ່ານ ຈະທົບທວນພິຈາລະນາຕົກລົງນີ້ໃໝ່ ເຊິ່ງກ່ອນມໜ້ານີ້ໃນວັນທີ 18 ກັນຍາ ຜ່ານມາ ປະທານາທິບໍດີ ໂຣຮາ ນີ ປະກາດວ່າ ສ. ອາເມລິກາ ຕ້ອງຊົດໃຊ້ຄ່າຊົດເຊີຍມະຫະສານ ຫາກ ປະທານາທິບໍດີ ໂດໂນ ທຣັມ ຍົກເລິກຂໍ້ຕົກລົງນີ້. ແນ່ນອນ, ເລື່ອງນີ້ອາດຄ້າຍກັບກໍລະນີຂອງ ອັງກິດ ທີ່ຕ້ອງການຖອນໂຕ (BREXIT) ອອກຈາກສະຫະພາບເອີຣົບ (EU)  ຕ້ອງຈ່າຍຄ່າຊົດເຊີຍເຖິງ 2 ໜື່ນລ້ານເອີໂລ.​





ນອກຈາກນັ້ນ  ປະທານາທິບໍດີ ໂດໂນ ທຣັມ ຍັງກ່າວອີກຕອນໜຶ່ງວ່າ ໂດຍຮຽກຮ້ອງໃຫ້ທຸກຝ່າຍຕ້ອງຢຸດຢັ້ງການກໍ່ການຮ້າຍອິສລາມຫົວຮຸນແຮງ ພ້ອມກັບກ່າວຫາທູດເກົາຫຼີເໜືອປະຈໍາສະຫະປະຊາຊາກ ທີ່ເຂົ້າຮ່ວມກອງປະຊຸມຄັ້ງຈົນຕ້ອງຍ່າງອອກຈາກກອງປະຊຸມ. 


VDO: The White House    
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.