Header Ads

ເກີດເຫດແຜ່ນດິນໄຫວທີ່ປະເທດຢີ່ປຸ່ນດ້ວຍແຮງສັ່ນເທືອນ 6.1 ແມັກນິຈູດນອກຊາຍຝັ່ງຕາເວັນອອກ



ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມຣິກາ (USGS) ລາຍງານວ່າ : ເກີດແຜ່ນດິນໄຫວທີ່ປະເທດຢີ່ປຸ່ນດ້ວຍລະດັບສັ່ນເທືອນ 6.1 ແມັກນິຈູດເລິກລົງໄປ  10 ກມ ທີ່ບໍລິເວັນນອກຊາຍຝັ່ງຕາເວັນອອກຂອງປະເທດຢີປຸ່ນໃນຕອນເຊົ້າຂອງວັນທີ 20 ກັນຍາ 2017 (ເວລາທ້ອງຖິ່ນ) ເຊິ່ງຈຸດທີ່ເກີດແຜນດີນໄຫວແມ່ນຢູ່ຫ່າງຈາກແຂວງຟຸກຸຊີມະໄປທາງຕາເວັນອອກປະມານ 320 ກມ.  ເບື້ອງຕົ້ນຍັງບໍ່ທັນມີປະກາດແຈ້ງເຕືອນໄພຊືນາມິຈາກເຈົ້າໜ້າທີ່ຢີປຸ່ນ ແລະ ຍັງບໍ່ມີລາຍງານຄວາມເສຍຫາຍ, ຜູ້ບາດເຈັບ ແລະ ເສຍຊີວິດ ແຕ່ໃນລາຍງານລະບຸວ່າມີປະຊາຊົນຢ່າງນ້ອຍ 41 ຄົນຮັບຮູ້ສຶກເຖິງແຮງສັ່ນສະເທືອນຈາກເຫດແຜນດິນໄຫວໃນຄັ້ງນີ້.





ສໍາລັບເຫດການແຜ່ນດິນໄຫວທີ່ປະເທດຢີປຸ່ນຂະໜາດແຮງສັ່ນສະເທືອນ 6.1 ແມັກນິຈູດ ເປັນເຫດການແຜນດິນໄຫວດິນຕໍ່ເນື່ອງພາຍໃນ 24 ຊມ ຕໍ່ຈາກເຫດແຜນດິນໄຫວທີ່ປະເທດແມັກຊີໂກໃນລະດັບ 7.1 ແມັກນິຈູດໃນວັນທີ 19  ກັນຍາທີ່ຜ່ານມາ ເຮັດມີຜູ້ເສຍຊີວິດເກືອບ 400 ກວ່າຄົນ, ຕຶກອາຄານ ແລະ ບ້ານເຮືອນປະຊາຊົນເສຍຫາຍຢ່າງຫຼວງຫຼາຍ.

ທີ່ມາ: Time | DVO : Wochit News 
© ໂຕະນໍ້າຊາ | tonamcha.com  
___________



Powered by Blogger.