Header Ads

ສປປ.ລາວ ອອກແຈ້ງການຕິດຕາມກວດກາ ແລະ ເຝົ້າລະວັງບຸກຄົນທີ່ກ່ຽວຂ້ອງກັບໂຄງການນິວເຄຼຍເກົາຫຼີເໜືອ


ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ.ລາວ ໄດ້ອອກແຈ້ງການສະບັບເລກທີ 965/ສຕຟງ ລົງວັນທີ 1 ກັນຍາ 2017 ເຖິງທະນາຄານທຸລະກິດ ແລະ ຜູ້ຈັດການສາຂາທະນາຄານທຸລະກິດຕ່າງປະເທດໃນ ສປປ.ລາວ ວ່າດ້ວຍເລື່ອງການຕິດຕາມກວດກາ ແລະ ເຝົ້າລະວັງລາຍຊື່ບຸກຄົນ ທີ່ມີສ່ວນກ່ຽວຂ້ອງໃນການແຜ່ຂະຫຍາຍອາວຸດນິວເຄຼຍ, ອາວຸດເຄມີ ແລະ ອາວຸດຊີວະພາບຂອງເກົາຫຼີເໜືອ ພ້ອມທັງມີການສົ່ງມອບອາວຸດ ທີ່ເປັນໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດ ພາຍໃຕ້ຍັດຕິ 2371 (2017) ກ່ຽວກັບການຂວໍ້າບາດເກົາຫຼີເໜືອ.




© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.