Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ



ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງພະນະທ່ານນາຍົກລັດຖະມົນຕີ​ ແຫ່ງ ສະຫະພັນ ຣັດ​ເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້​ແທນ ​ເດີນທາງ​ໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ກັນຍາ 2017, ຊຶ່ງ​ການ​ຢ້ຽມຢ່າ​ມດັ່ງກ່າວ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ສຳຄັນໃຫ້ແກ່ການ​ເສີມ​ຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່​ມີມາ​ແຕ່​ດົນ​ນານ ລະຫວ່າງສອງປະເທດ ທີ່​ໄດ້​ຮັບ​ການ​ພັດທະນານັບ​ມື້​ນັບ​ກ້ວາງ​ຂວາງ ​ແລະ ມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ເລື້ອຍໆ ນັບແຕ່ສອງ​ປະ​ເທດ​ໄດ້ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນມາຕັ້ງ​ແຕ່​ວັນ​ທີ 07 ຕຸລາ 1960 ເປັນ​ຕົ້ນ​ມາ.



ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, ພະນະທ່ານນາຍົກລັັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ພະນະທ່ານ ເດີມີຕຼີ ເມດເວ​​ແດບ, ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພາຍ​ໃຕ້​ບັນຍາກາດ​ແຫ່ງ​ຄວາມສະໜິດສະໜົມ, ​​ໄມຕີ​ຈິດ ​ແລະ ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ກົງ​ໄປ​ກົງ​ມາ. ກ່ອນ​ອື່ນ​ໝົດ, ສອງຝ່າຍໄດ້ທົບ​ທວນຄືນ ​ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມທີ່ມີມາແຕ່ຍາວນານ, ບົນພື້ນຖານ​ແຫ່ງ​ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການເປັນຄູ່ຮ່ວມມືຍຸດທະສາດນຳກັນ​ໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ. ສອງ​ທ່ານມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ ການ​ພົວພັນ ​ແລະ ຮ່ວມ​ມື ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງສະ​ແດງ​ອອກ​ໃນ​ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ທຸກ​ລະດັບ​ໃນ​ໄລຍະ​ຜ່ານ​ມາ; ​ໃນ​ອະນາຄົດ​ສອງປະເທດ ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ອອກ​ແຮງ​ເພີ້ມທະວີການ​ພົວພັນ​ຮ່ວມ​ມື​ທີ່​ດີ​ແລ້ວນັ້ນ​ໃຫ້​ດີຍິ່ງໆ​ຂຶ້ນ ແລະ ມີໝາກຜົນ​ລື່ນ​ເກົ່າ ເພື່ອຍົກ​ລະດັບ​ການ​ພົວພັນ​ສອງຝ່າຍ​ໃຫ້ຂຶ້ນສູ່ລະດັບ​ສູງ​ໃນ​ໄລຍະ​ໃໝ່, ສີືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ​ດ້ວຍການຊຸກຍູ້ການຮ່ວມມືໃນຂົງເຂດ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ພະລັງງານ, ການ​ສຶກສາ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ການທະຫານ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນ; ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບສູງ ຕະຫລອດຮອດລະດັບວິຊາການ, ລວມທັງ ລະຫວ່າງສອງ​ລັດສະພາ​ແຫ່ງ​ຊາດ ​ແລະ ນະຄອນຫຼວງ ​ເພື່ອຜັນຂະຫຍາຍຜົນການຢ້ຽມຢາມ ແລະ ຊູກຍູ້ບັນດາສັນຍາຮ່ວມມືກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ​ເປັນ​ຮູບ​ປະ​ທຳ.

​     

ພາຍຫຼັງສຳເລັດການພົບປະ, ​ສອງ​ຝ່າຍໄດ້​ລົງ​ນາມ​ຮ່ວມ​ກັນ​ໃນ​​ເອກະສານ​ຈຳນວນ 7 ສະບັບ, ​ເປັນ​ຕັ້ນ​ແມ່ນສົນທິສັນຍາ​ ລະຫວ່າງ ສປປ ລາວ ​ແລະ ສະຫະພັນ ຣັດ​ເຊຍ ວ່າ​ດ້ວຍ ການ​ໂອນ​ຕົວ​ນັກ​ໂທດ​, ສັນຍາລະຫວ່າງ​ ລັດຖະບານ​ແຫ່ງ ສປປ ລາວ ​ແລະ ສະຫະພັນ ຣັດ​ເຊຍ ​ວ່າ​ດ້ວຍ ​ການ​ຂົນ​ສົ່ງ​ທາງ​ອາກາດ​, 3 ເອກະສານ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່, 1 ​ເອກະສານ​ໃນວຽກ​ງານ​ການ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ພະນັກງານ​ ໃນ​ວຽກງານ​ການ​ຕ້ານ​ການ​ຟອກ​ເງິນ ​ແລະ ຕ້ານ​ການ​ສະໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​​ ແລະ 1 ເອກະສານ​ຮ່ວມ​ມື​ທາງ​ດ້ານ​​ເຕັກນິກການ​ທະຫານ ​ແລະ ຫລັງ​ຈາກ​ນັ້ນ ໄດ້ມີການຖະແຫຼງຂ່າວຮ່ວມກັນ ຕໍ່ສື່ມວນຊົນ ກ່ຽວກັບຜົນຂອງການພົບປະ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການຢູ່ ສະຫະພັນ ຣັດເຊຍ ໃນຄັ້ງນີ້, ຊຶ່ງ​ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ຣັດເຊຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ກໍ່ຄືໃນປະຈຸບັນ.




ນອກຈາກ​ນັ້ນ, ໃນໂອກາດຢ້ຽມຢາມດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບປະທານສະພາສະຫະພັນ ​ແຫ່ງ ສະຫະພັນ ຣັດເຊຍ (ສະພາສູງ) ທ່ານ ນາງ ວາເລັນຕີນາ ມັດວຽນໂກ, ພົບປະກັບປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ​ແລະ ຢ້ຽມຢາມສະຖານທີ່ວັດທະນະທໍາຂອງຣັດເຊຍ ຈໍານວນໜຶ່ງ. ການຢ້ຽມຢາມ ສະຫະພັນ ຣັດເຊຍ ຂອງຄະນະຜູ້ແທນ ນຳໂດຍ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຄາດໝາຍ​ທີ່​ໄດ້​ວາງ​ໄວ້.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.