Header Ads

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຣາຊະອານາຈັກໄທ



ໃນຕອນບ່າຍຂອງວັນທີ 27 ກັນຍາ 2017 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ອານຸພົງ ເຜົ່າຈິນດາ ລັດຖະມົນຕີວ່າການກະຊວງມະຫາໄທ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ນັບແຕ່ວັນທີ 24-28 ກັນຍານີ້.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ໄທ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ, ອວຍພອນໃຫ້ທ່ານ ພົນເອກ ອານຸພົງ ເຜົ່າຈິນດາ ຈົ່ງປະສົບຜົນສຳເລັດ ໃນການເດີນທາງມາເຄື່ອນໄຫວວຽກງານ ໃນຄັ້ງນີ້.

ພ້ອມດຽວກັນນີ້, ທ່ານ ພົນເອກ ອານຸພົງ ເຜົ່າຈິນດາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບ ໂດຍສະເພາະແມ່ນ ຜົນຂອງການເຂົ້າຮ່ວມກອງປະຊຸມ ລະຫວ່າງ ບັນດາເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດ ຊາຍແດນ ລາວ-ໄທ ຄັ້ງທີ 10 ທີ່ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ.

ແຫລ່ງ: ກົມປະຊາສຳພັນ, ຫສນຍ  
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.