Header Ads

ສື່ນອກເຜີຍທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ໄປປະເທດອັງກິດ ແຕ່ສອງອາທິດກ່ອນ



ສຳນັກຂ່າວ ລອຍເຕີ (Reuters) ລາຍງານ ໃນວັນທີ 28 ກັນຍາ 2017 ໂດຍອ້າງແຫຼ່ງຂ່າວໃນປະເທດສະຫະນະຄອນ ເອເມຣັດ ອາຣັບ ( ຫຼື The United Arab Emirates ) ລະບຸວ່າ:  ອະດີດນາຍົກລັດຖະມົນຕີຂອງໄທ ທ່ານ ນາງ ຍິ່ງລັກ ຊິນນະວັດ ໄດ້ຫຼົບໜີອອກຈາກປະເທດ ແລະ ອາໄສຢູ່ໃນດູໄບໄລຍະໜຶ່ງ ແຕ່ໄດ້ເດີນທາງໄປປະເທດອັງກິດຕັ້ງແຕ່ວັນທີ 11 ກັນຍາ 2017 ທີ່ຜ່ານມາ ແຕ່ບໍ່ມີລາຍລະອຽດທີ່ຊັດເຈນ.






ລອຍເຕີ ຍັງລາຍງານເພີ່ມເຕີມວ່າ ແຫຼ່ງຂ່າວເປີດເຜີຍຂໍ້ມູນດັ່ງກ່າວພາຍຫຼັງທີ່ຫົວໜ້າລັດຖະບານທະຫານໄທທີ່ນຳໂດຍ ພົນເອກ ປຣະຍຸດ ຈັນໂອຊາ ກ່າວວ່າ ອະດີດນາຍົກລັດຖະມົນຕີທີ່ຕົນໄດ້ໂຄ່ນລົ້ມອຳນາດເມື່ອສາມປີທີ່ຜ່ານມາ ອາໄສຢູ່ທີ່ນະຄອນດູໄບ ປະເທດ UAE ພາຍຫຼັງທີ່ໄດລົບໜີໂທດໃນໂຄງການຮັບຈຳນຳເຂົ້າ (The rice subsidy scheme) ເຊິ່ງສານໄດ້ມີການຕັດສີນ ແລະ ອ່ານຄຳຕັດສິນຄະດີໂຄງການຈຳນຳເຂົ້າໃນ 27 ກັນຍາ 2017 ຜ່ານມາ ໂດຍລະບຸໃນຄໍາຕັດສິນ ວ່າ: ອະດີດນາຍົກລັດຖະມົນຕີຂອງໄທ ທ່ານ ນາງ ຍິ່ງລັກ ຊິນນະວັດ ມີຄວາມຜິດໃນຖານປ່ອຍປະລະເລີຍໃຫ້ມີການສໍ້ໂກງໃນໂຄງການຮັບຈຳນຳເຂົ້າ ເຊິ່ງສານໄດ້ຕັດສິນໃຫ້ຕິດຄຸກເປັນເວລາ 5 ປີ ( ບໍ່ລໍລົງອາຢາ) ພ້ອມກັບອອກໝາຍຈັບເພື່ອຂໍນຳຕົວກັບມາຮັບໂທດ ຈາກກໍລະນີບໍ່ມາຮັບຟັງຄໍາຕັດສີນຂອງສານໃນວັນທີ 25 ສິງຫາ ຜ່ານມານໍາອີກ.




ທີ່ມາReuters  
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.