Header Ads

ດູໄບສຸດລໍ້າ ທົດລອງບິນໂດຣນແທັກຊີລໍາທໍາອິດຂອງໂລກ



ສະຫະນະຄອນ ເອເມຣັດ ອາຣັບ (The United Arab Emirates ) ທົດລອງບິນໂດຣນແທັກຊີລໍາທໍາອິດຂອງໂລກ ພັດທະນາໂດຍ ໂວໂລຄອບເຕີ (Volocopter) ບໍລິສັດເຢຍລະມັນ ເຊິ່ງເປັນໂດຣນແທັກຊີທີ່ມີນໍ້າໜັກເບົາກວ່າເຮລິຄອບເຕີທົ່ວໄປ,​ ມີຮູບລັກພາຍນອກ-ໃນສວຍງາມ ແລະ ເປັນມິດຕໍ່ສິ່ງແວດລ້ອມ  ເຊິ່ງຄາດວ່າຈະເປີດບໍລິການເປັນແຫ່ງທໍາອິດຂອງໂລກທີ່ສະຫະນະຄອນ ເອເມຣັດ ອາຣັບ ໃນປີ 2018. 







ສໍາລັບຂໍ້ມູນທົ່ວໄປໂດຣນແທັກຊີໄຮ້ຂັບ ສູງປະມານ 2 ມ, ມີ 2 ບ່ອນນັ່ງ, ເສັ້ນຜ່ານສູນກາງ (ດ້ານເທິງ) 6.7, ຕິດຕັ້ງໃບພັດ 18 ໃບ, ໃຊ້ເວລາສາກແບັດເຕີລີ້ 2 ມຊ ຈິ່ງເຕັມ ແລະ ສາມາດບິນໄດ້ 30 ນາທີດວ້ຍຄວາມໄວ 50 ກມ/ຊມ ແລະ ສາມາດເລັ່ງຄວາມໄວໄດ້ເຖິງ 100 ກມ/ຊມ ພີເສດ ໂດຣນແທັກຊີຍັງມີແບັດເຕີລີ້ ໃບພັດ, ມໍເຕີ ແລະ ລະບົບຄວບຄຸມສໍາຮອງເພື່ອຄວາມປອດໄພ ແລະ ເຄື່ອງຊູຊີບໃນເວລາສຸກເສີນນໍາອີກ.  





ໂດຣນແທັກຊີ ແມ່ນໜຶ່ງໃນນະວັດຕະກໍາດ້ານການຄົມມະນາຄົມທີ່ ​ສະຫະນະຄອນ ເອເມຣັດ ອາຣັບ ພະຍາຍາມພັດທະນາຂື້ນ ໂດຍດໍາເນີນຕາມແຜນແມ່ບົດເພື່ອສົ່ງເສີມການເດີນທາງດ້ວຍພາຫະນາໄຮ້ຄົນຂັບໃຫ້ໄດ້ 25% ພາຍໃນປີ  2030 ພ້ອມກັບສ້າງ​ສະຫະນະຄອນ ເອເມຣັດ ອາຣັບກາຍເປັນສູນກາວນະວັດຕະກໍາດ້ານການຄົມມະນາຄົມຂອງໂລກ. 





ທີ່ມາ: CNN
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.