Header Ads

ນາຍົກ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄ້ວາແກ້ໄຂ ບັນຫາ ບໍລິສັດ ພິເອສ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຕົກລົງ  ເລກທີ 67/ນວ ວັນທີ 14 ກັນຍາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າແກ້ໄຂບັນຫາ ບໍລິສັດ ພີເອສ (PS) ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ແລະ ບັນດາບໍລິສັດ ທີ່ດຳເນີນທຸລະກິດທາງດ້ານການເງິນບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບຂອງ ສປປ ລາວ.

ໂດຍມີມະຕິແຕ່ງຕັ້ງ: 

1. ທ່ານ ປອ. ສົມພາວ ໄຟສິດ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເປັນຫົວໜ້າຄະນະ;
2. ທ່ານ ພັນທອງ ພິດທຸມາ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຮອງຫົວໜ້າຄະນະ;
3. ທ່ານ ພຕ. ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງຫົວໜ້າຄະນະ;


ນອກນັ້ນຍັງມີຄະນະຕື່ມອີກ10 ທ່ານ ທີ່ມາຈາກກະຊວງທີ່ກ່ຽວຂ້ອງເພື່ອຮ່ວມເປັນຄະນະຮັບຜິດຊອບຄົ້ນຄ້ວາແກ້ໄຂ ບັນຫາ ບໍລິສັດ ພິເອສ.  ສໍາລັບລາຍລະອຽດຂໍ້ຕົກລົງປະມີດັ່ງນີ້.




© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.