Header Ads

ຈີນ-ອາຊຽນ ເຊື່ອມໂຍງເສດຖະກິດພາກພື້ນຜ່ານການທ່ອງທ່ຽວ



ງານ​ວາງສະແດງ​ສິນຄ້າຈີນ-ອາ​ຊຽນ ຄັ້ງ​ທີ 14 ປີ 2017 ເປັນປີ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ອາຊຽນ ກໍ່​ຄືວັນ​ສ້າງຕັ້ງ​ອາ​ຊຽນ ຄົບຮອບ 50 ປີ ໂດຍ​ຈັດ​ຂຶ້ນ​ພາຍໃຕ້​ຫົວຂໍ້ “ຮ່ວມ​ກັນ​ສ້າງ​ເສັ້ນທາງສາຍໄໝ​ທາງ​ທະເລ​ແຫ່ງ​ສະຕະວັດ​ທີ 21 ສົ່ງເສີມ​ການ​ເຊື່ອມ​ໂຍງເສດຖະກິດ​ພາກ​ພື້ນ​ຜ່ານ​ວຽກງານ​ການທ່ອງທ່ຽວ” ເຊິ່ງ​ມີ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ​ຫຼາຍກວ່າ 2.700 ຫົວໜ່ວຍ​ທຸລະ​ກິດ ລວມ​ມີ 6.600 ກວ່າ​ຮ້ານ ໃນນັ້ນ ຈາກ​ບັນດາ​ປະເທດ​ອາ​ຊຽນ 1.700 ກວ່າ​ຮ້ານ ແລະ ຈາກ​ບັນດາ​ປະເທດ​ທີ່​ມາ​ຈາກ​ນອກ​ເຂດອາ​ຊຽນ ສຳລັບ​ສິນຄ້າ​ທີ່​ນຳ​ມາວາງສະແດງ ປະກອບ​ມີ: ສິນຄ້າກະສິກຳ ເຟີ​ນີ​​ເຈີ ເຄື່ອງ​ຕົບແຕ່ງເຮືອນ ເຄື່ອງ​ຫັດຖະກຳ ເຄື່ອງ​ປະດັບ​ອັນຍະ​ມະນີ ສິນຄ້າ​ບໍລິໂພກ ສິນຄ້າ​ບໍລິການ ເຄື່ອງ​ຈັກ ແລະ ລົດ​ບັນທຸກ​ສິນຄ້າ ອາຫານ​ສຳເລັດ​ຮູບ ຜະລິດ​ຕະ​ພັນ​ຫຸ້ມ​ຫໍ່ ຜະລິດ​ຕະ​ພັນ​ໄຟຟ້າ ແລະ ຜະລິດ​ຕະພັນ​ທີ່​ໃຊ້​ພະລັງງານ ເຄື່ອງໃຊ້​ໄຟຟ້າ​ເອ​ເລັກ​ໂຕຣ​ນິກ ເຄື່ອງໃຊ້​ວັດສະ​ດຸ​ກໍ່ສ້າງ ແລະ ອື່ນໆ ສະເພາະ ​ສປປ ລາວ ມີ​ຫົວໜ່ວຍ​ທຸລະ​ກິດທັງ​ພາກ​ລັດ-ເອກະ​ຊົນ ສົ່ງ​ຜະລິດຕະ​ພັນ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 50 ກວ່າ​ບໍລິສັດ ປະກອບ​ມີ: ໝວດຜະລິດ​ຕະ​ພັນ​ເຟີ​ນີ​ເຈີ ແກະສະຫຼັກໄມ້ ເຄື່ອງ​ປະດັບ​ອັນຍະ​ມະນີ ເຄື່ອງ​ຫັດຖະກຳ​ແຜ່ນແພ ກະ​ສິກຳ​ປຸງ​ແຕ່ງອາຫານ ແລະ ເຄື່ອງດື່ມ ການ​ບໍລິການ-ການ​ທ່ອງທ່ຽວ ແລະ ສິນຄ້າ​ໂອ​ດ໊ອບ ສິ່ງສຳຄັນ​ໃນ​ປີ​ນີ້ ລັດຖະບານ​ລາວໄດ້​ຄັດ​ເລືອກ​ເອົາ​ແຂວງ​ໄຊ​ຍະ​ບູ​ລີ ເປັນ​ເມືອງ​ແຫ່ງ​ສະ​ເໜ່ ມາ​ນຳ​ສະເໜີ ເພື່ອ​ດຶງ​ດູດ​ການ​ຄ້າ​ການ​ລົງທຶນ ການທ່ອງທ່ຽວ ແລະ ເຜີຍແຜ່​ວັດທະນະທຳ​ອັນ​ດີງາມ​ຂອງຊາດ​ລາວ​ອອກ​ສູ່​ສາກົນ ກໍ່​ຄືທົ່ວໂລກ​ໄດ້​ຮັບ​ຮູ້ ແລະ ອື່ນໆ.

ງານ​ວາງສະແດງ​ດັ່ງກ່າວເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ວັນ​ທີ 12 ກັນຍາ 2017 ທີ່​ເມືອງ​ໜານໜິງ ແຂວງ​ກວາງຊີ ​ສປ ຈີນ ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ຈາງ​ກ້າວ​ລີ້ ຮອງ​ນາຍົກ​ລັດ​ຖະມົນຕີ ແຫ່ງ ​ສປ ຈີນ ພ້ອມ​ດ້ວຍບັນດາ​ຄະນະ​ຜູ້​ແທນ​ຈາກ 10 ປະເທດ​ອາ​ຊຽນ ແລະ ຄະນະ​ຜູ້​ແທນຈາກ​ປະເທດ​ພາຍ​ນອກ ໃນ​ນັ້ນ ຄະນະ​ຜູ້​ແທນ​ລາວ​ນຳ​ໂດຍ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ.

ໃນ​ພິທີ​ທ່ານ ສອນ​ໄຊ ສີ​ພັນດອນ ຮອງ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໄດ້​ຂຶ້ນ​ກ່າວບາງ​ຕອນ​ວ່າ: ​ສປປ ລາວ ໄດ້ເຂົ້າ​ຮ່ວມ​ງານ​ວາງສະແດງ​ສິນຄ້າຈີນ-ອາ​ຊຽນ (CAEEXPO) ເລີ່ມ​ແຕ່​ປີ 2004 ເປັນຕົ້ນ​ມາ ອັນ​ໄດ້​ເຮັດ​ໃຫ້​ບັນດາ​ນັກທຸລະກິດຂອງ​ລາວ ມີ​ໂອກາດ​ຊອກ​ຫາ​ຕະຫຼາດ ແລະ ຄູ່​ຄ້າ​ຂອງ​ຕົນ ໂດຍສະເພາະ ການ​ນຳ​ເອົາ​ບັນດາ​ສິນຄ້າ​ທີ່​ເປັນ​ທ່າແຮງ​ຂອງ​ລາວ ເຂົ້າຮ່ວມ​ວາງສະແດງ ເປັນ​ການ​ເພີ່ມມູນ​ຄ່າ​ການ​ສົ່ງ​ອອກ ເຮັດ​ໃຫ້ການ​ລົງທຶນ​ຂອງ ​ສປປ ລາວ ເພີ່ມ​ຂຶ້ນ ເຊິ່ງ​ງານ​ວາງສະແດງດັ່ງກ່າວ ​ຈັດ​ຂຶ້ນ​ໃນ​ທຸກໆ​ປີ ເພື່ອສ້າງ​ໂອກາດ​ໃຫ້​ບັນດາ​ນັກ​ທຸລະກິດ​ຈີນ ບັນດາ​ປະເທດ​ອາ​ຊຽນ ແລະ ປະເທດ​ອື່ນໆ​ໄດ້​ມີ​ໂອກາດພົບ​ປະ​ແລກປ່ຽນ​ສິນຄ້າ​ຮ່ວມ​ກັນ ທັງ​ເປັນ​ການ​ຂະຫຍາຍ​ຕະຫຼາດອອກ​ສູ່​ຕ່າງປະເທດ​ໃຫ້​ກວ້າງຂວາງ​ຍິ່ງ​ຂຶ້ນ ນອກ​ນັ້ນຍັງ​ຈະເຮັດ​ໃຫ້ ​ສປ ຈີນ ກາຍເປັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ດ້ານ​ການ​ຄ້າ-ການລົງທຶນກັບ​ບັນດາ​ປະເທດ​ອາຊຽນ​ ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແລະ ໂອກາດ​ນີ້ ທ່ານ​ໄດ້​ເຊື້ອ​ເຊີນ​ນັກ​ທ່ອງທ່ຽວ​ຈາກ​ອາ​ຊຽນ-​ສປ ຈີນ ໄປຢ້ຽມຢາມ​ທ່ຽວ​​ຊົມ​ທຳ​ມະ​ຊາດ​ອັນສວຍ​ງາມ ພິເສດ ​ສປປ ລາວ ໄດ້ກຳນົດ​ໃຫ້​ປີ 2018 ເປັນ​ປີ​ທ່ອງທ່ຽວ​ລາວ.


ຂ່າວ: ຫນັງສືພິມວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.