Header Ads

ລາວ-ໄທ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈດ້ານແຮງງານ



ອີງຕາມການລາຍງານຂ່າວຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ  ວ່າ: ເພື່ອໃຫ້ແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ , ຕາມກອບຂອງMOU , ເພື່ອໃຫ້ເຂົາເຈົ້າໄດ້ຮັບການຄຸ້ມ, ປົກປ້ອງສິດແລະຜົນປະໂຫຍດ ໃນການຈ້າງງານທີ່ໂປ່ງໃສ, ເປັນທຳຫຼຸດບັນຫາການຕົວະຍົວະຫຼອກລວງ ແລະ ພັດທະນາການຮ່ວມມືຕໍ່ໄປໃຫ້ມີຄວາມກ້າວໜ້າຕໍ່ໄປໃນທຸກດ້ານ, ລວມທັງການຈັດຕັ້ງສູນປັບສະຖານະພາບແຮງງານລາວຢູ່ປະເທດໄທ. ໃນວັນທີ 10 ກັນຍາ 2017, ທີ່ບາງກອກ ປະເທດໄທ; ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈດ້ານແຮງງານ ລະຫວ່າງຝ່າຍລາວ ນຳໂດຍ ທ່ານ ນ. ອານຸສອນ ຄຳສິງສະຫວັດ ຮັກສາການຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ຝ່າຍໄທ ນຳໂດຍ ທ່ານ ວະຣານົນ ປິຕິວັນ ອະທິບໍດີກົມການຈັດຫາງານ ກະຊວງແຮງງານ ຣາຊະອານາຈັກໄທ , ພ້ອມດ້ວຍຄະນະວິຊາການທັງສອງຝ່າຍເຂົ້າຮ່ວມ.



ທ່ານ ນ. ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ການຮ່ວມມືທັງສອງຝ່າຍແມ່ນມີຄວາມເຂັ້ມແຂງປະສົບຜົນສຳເລັດຂອງທັງສອງຝ່າຍ, ບົດບັນທຶກດັ່ງກ່າວແມ່ນໄດ້ພ້ອມກັນປືກສາຫາລື ແລະ ໄດ້ຕົກລົງເຫັນດີເປັນເອກກະພາບຮ່ວມກັນໃນການໃນການດຳເນີນການກໍລະນີແຮງງານລາວທີ່ໄດ້ຮັບໜັງສືຮັບຮອງຈາກກະຊວງແຮງງານ ທັງກຸ່ມທີ1 ແຮງງານລາວທີ່ມີໜັງສືເດີນທາງ Passport ແລະວີຊ່າຍັງບໍ່ໝົດອາຍຸ ແລະກຸ່ມທີ2 ແຮງງານລາວທີ່ມີໜັງສືເດີນທາງ Passport ແຕ່ວີຊ່າໝົດອາຍຸຕ້ອງໄປລົງທະບຽນທີ່ສູນຮັບແຈ້ງຂອງທາງການລາວເພື່ອເລືອກໃຊ້ບໍລິການບໍລິສັດ ແລະສູນບໍລິການຈັດຫາງານ1ສູນ ເຊິ່ງທາງການລາວກຳນົດຈະຈັດຕັ້ງສູນຈຳນວນ 7ແຫ່ງ ໄດ້ແກ່ນະຄອນຫຼວງວຽງຈັນ ຈຳປາສັກ ສາລະວັນ ສະຫວັນນະເຂດ ຄຳມ່ວນ ໄຊຍະບູລີ ແລະ ບາງກອກ ເຊິ່ງຝ່າຍໄທໄດ້ຫຼຸດຂັ້ນຕອນການດຳເນີນການຕາມຮູບແບບ MOU ໂດຍໃຊ້ໜັງສືຮັບຮອງ (ໃບຈັບຄູ່) ທີ່ອອກໂດຍກະຊວງແຮງງານແທນໜັງສືແຈ້ງຄວາມຕ້ອງການແຮງງານ ແລະໜັງສືແຈ້ງການອະນຸຍາດໃຫ້ຈ້າງແຮງງານຕ່າງດ້າວ.

ທ່ານ ວະຣານົນ ກ່າວອີກວ່າ ຂະນະດຽວກັນ ຝ່າຍໄທພ້ອມຈັດຕັ້ງສູນແຮກຮັບ ແລະສິ້ນສຸດການຈ້າງງານເພີ່ມທີ່ຈັງຫວັດມຸກດາຫານອີກ 1ແຫ່ງ ແລະພິຈາລະນາຂະຫຍາຍໄລຍະເວລາການເຮັດວຽກຂອງສູນແຮກຮັບ ແລະສິ້ນສຸດການຈ້າງງານທີ່ຈັງຫວັດໜອງຄາຍຕາມຄວາມເໝາະສົມ ນອກຈາກນີ້ຝ່າຍໄທ ໂດຍກະຊວງການຕ່າງປະເທດຈະອຳນວຍຄວາມສະດວກໂດຍອະນຸຍາດໃຫ້ບໍລິສັດທີ່ໄດ້ຮັບອະນຸຍາດນຳແຮງງານຕ່າງດ້າວເຂົ້າມາເຮັດວຽກກັບນາຍຈ້າງໃນປະເທດໄທດຳເນີນການຂໍວີຊ່າປະເພດ Non-Immigration LA ໄດ້ ແຕ່ແຮງງານລາວຕ້ອງເດີນທາງກັບປະເທດເພື່ອໄປຂໍວີຊ່າດ້ວຍຕົນເອງ ເຊິ່ງຈະປະສານກົມກົງສູນເພື່ອຫາທາງການໃຫ້ບໍລິການເພື່ອຮອງຮັບຈຳນວນແຮງງານທີ່ຈະເພີ່ມຫຼາຍຂຶ້ນໃນຕໍ່ໜ້ານີ້.


ຂ່າວ: ເພັດສະໄໝ/ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.