Header Ads

ລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນເດີນທາງມາຮອດເມືອງມໍລະດົກໂລກແລ້ວ



ລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ປະຈຳປີ 2017 ໂດຍແມ່ນບັນດາປະເທດສະມາຊິກອາຊຽນຕົກລົງມອບໃຫ້ເມືອງຫຼວງພະບາງ ເມືອງມໍລະດົກໂລກ ໄດ້ເດີນທາງມາເຖີງເມືອງຫຼວງພະບາງເປັນທີ່ຮຽບຮ້ອຍ. ພາຍຫຼັງທີ່ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະບາງ ໄດ້ເດີນທາງໄປຮັບເອົາລາງວັນດັ່ງກ່າວ ທີ່ປະເທດບຣູໄນ ດາລູຊະລັມ. ພີທີຕ້ອນຮັບຢ່າງສົມກຽດໄດ້ຈັດຂື້ນທີ່ສະໜາມບີນສາກົນຫຼວງພະບາງ ໂດຍມີການນຳຂອງເມືອງຫຼວງພະບາງ, ການນຳຂອງພະແນກການກົມກອງຂອງແຂວງ ແລະ ມວນຊົນຊາວຫຼວງພະບາງໃຫ້ການຕ້ອນຮັບດ້ວຍຄວາມພາກພູມໃຈ.


ພາຍຫຼັງທີ່ເດີນທາງມາຮອດສະໜາມບີນສາກົນຫຼວງພະບາງ ໄດ້ຈັດຂະບວນແຫ່ອ້ອມຕົວເມືອງ ເລີ້ມຈາກສະໜາມບີນສາກົນ ຫາວັດຊຽງທອງ ແລ້ວຈັດພິທີສູດມຸງຄຸນຢູ່ວັດຊຽງທອງ ຈາກນັ້ນໄດ້ສືບຕໍ່ຂະບວນແຫ່ໄປເກັບຮັກສາໄວ້ ຢູ່ຫ້ອງວ່າການປົກຄອງເມືອງ. ຂະບວນແຫ່ເຕັມໄປດ້ວຍຄວາມພາກພູມໃຈຂອງຊາວເມືອງຫຼວງພະບາງ ໂດຍແຕ່ລະຄອບຄົວທີ່ເປັນເສັ້ນທາງຜ່ານຂອງຂະບວນ ໄດ້ອອກມາຕົບມືຊົມເຊີຍຕ້ອນຮັບ ສ່ວນພາຍໃນຂະບວນສ່ວນໃຫ່ຍ ແມ່ນນຳໃຊ້ພາຫະນະທີ່ເປັນມິດຕໍ່ສີ່ງແວດລ້ອມ ປະກອບດ້ວຍຂະບວນເຈົ້າໜ້າທີ່, ຂະບວນເສບດົນຕີພື້ນເມືອງ, ຂະບວນລາງວັນເມືອງສີ່ງແວດລ້ອມພ້ອມດ້ວຍຂະບວນເປົ່າຫອຍສັງ, ຂະບວນຖີບລົດ, ຕາມດ້ວຍຂະບວນການນຳ ແລະ ມວນຊົນທົ່ວໄປ. 




ສຳລັບລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ແມ່ນມີ 3 ເງື່ອນໄຂຄື: ຄຸນນະພາບດີນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ. ເຊີ່ງເມືອງຫຼວງພະບາງໄດ້ຮັບລາງວັນນີ້ມາແລ້ວ 3 ຄັ້ງ ໃນການຈັດພິທີມອບທັງໝົດ 4 ຄັ້ງ.




© ໂຕະນໍ້າຊາ | tonamcha.com    
ຂ່າວພາບ: ອາພຸດເດດ ບຸບຜາ/ວິທະຍຸກະຈາຍສຽງແຫ່ງຊາດ 

___________

Powered by Blogger.