Header Ads

ເປີດງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 14 ຢ່າງເປັນທາງການ


ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ປະຈຳປີ 2017 ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2017 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ໂດຍມີທ່ານ ຈ່າງ ກ້າວລີ້ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ມີບັນດາຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດອາຊຽນ ແລະ ນອກອາຊຽນ. ສໍາລັບຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ນຳພາໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍ່ໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວ. 



ສໍາລັບງານວາງສະແດງ ປີ 2017 ນີ້ ໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ຮ່ວມກັນສ້າງເສັ້ນທາງສາຍໄໝທາງທະເລ ແຫ່ງສະຕະວັດທີ 21 ສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ຜ່ານວຽກງານການທ່ອງທ່ຽວ”. ຈຸດປະສົງຂອງງານວາງສະແດງ ຈີນ-ອາຊຽນ ແມ່ນການສົ່ງເສີມການຮ່ວມມືແລກປ່ຽນ ເພື່ອເຮັດໃຫ້ປະຊາຊົນ, ບັນດານັກທຸລະກິດ ຂອງບັນດາປະເທດອາຊຽນ ແລະ ສປ ຈີນ ໄດ້ມີການພົບປະແລກປ່ຽນ, ຮ່ວມມືກັນໃຫ້ສູງຂຶ້ນ ໃນຂົງເຂດການຄ້າ, ການລົງທຶນ ແລະ ການບໍລິການ, ການພັດທະນາເສດຖະກິດ, ການສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ພ້ອມດຽວກັນນີ້ ທັງເປັນການສົ່ງເສີມການທ່ອງທ່ຽວ ລະຫວ່າງ ອາຊຽນ ແລະ  ສປ ຈີນ ນໍາຕື່ມອີກ.





ໃນໂອກາດເຂົ້າຮ່ວມງານໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວຄໍາປາໄສຕໍ່ງານວ່າ: ປີນີ້ ເປັນປີທີ່ມີຄວາມໝາຍສຳຄັນສໍາລັບອາຊຽນ ເພາະເປັນປີສ້າງຕັ້ງອາຊຽນ ຄົບຮອບ 50 ປີ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ, ອາຊຽນໄດ້ມີຄວາມພະຍາຍາມ ສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ ໂດຍໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງພາກພື້ນ ແລະ ສາກົນ ທີ່ມີການຜັນປ່ຽນໃນແຕ່ລະໄລຍະ. ນອກຈາກນັ້ນ, ອາຊຽນ ຍັງໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ກັບພາຍນອກຢ່າງກວ້າງຂວາງ, ໂດຍສະເພາະກັບ ສປ ຈີນ ໃນຖານະເປັນຄູ່ເຈລະຈາ ກໍ່ໄດ້ມີຫຼາຍລະດັບ ແລະ ຫຼາຍກົນໄກຕ່າງໆ ທີ່ສອງຝ່າຍເປັນຜູ້ລິເລີ່ມຂຶ້ນ ຕົວຢ່າງແມ່ນເຫັນໄດ້ຈາກການຮ່ວມມືໃນຂົງເຂດເສດຖະກິດ ສປ ຈີນ ໄດ້ກາຍມາເປັນຄູ່ຮ່ວມທາງການຄ້າອັນດັບ 1 ຂອງອາຊຽນໃນປີ 2016. ງານວາງສະແດງຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າການລົງທຶນຈີນ-ອາຊຽນ ແມ່ນກົນໄກໜຶ່ງທີ່ສໍາຄັນທີ່ສຸດ ຂອງພາກທຸລະກິດ ຈີນ-ອາຊຽນ ເນື່ອງຈາກວ່າເປັນການເຕົ້າ ໂຮມເອົາບັນດາຫົວໜ່ວຍທຸລະກິດຈີີີນ-ອາຊຽນ ໃຫ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ກ່ຽວກັບການດໍາເນີນທຸລະກິດ ແລະ ວາງສະແດງສິນຄ້າຂອງຕົນ ເພື່ອແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ລະຫວ່າງ ສປ ຈີນ ແລະ ອາຊຽນ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ; ກົນໄກຂອງງານວາງສະແດງສິນຄ້າດັ່ງກ່າວ ກໍ່ແມ່ນເງື່ອນໄຂໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ ສປ ຈີນ ແລະ ອາຊຽນ ຈະສາມາດບັນລຸເປົ້າໝາຍການຄ້າຮ່ວມກັນໃຫ້ໄດ້ 1 ພັນຕື້ (1 Trillion) ໂດລາສະຫະລັດ ແລະ ການລົງທຶນຮ່ວມກັນບັນລຸ 150 ຕື້ (Billion) ໂດລາສະຫະລັດ ໃນປີ 2020. ສໍາຄັນໄປກວ່ານັ້ນ, ປີ 2017 ຍັງເປັນປີແຫ່ງການທ່ອງທ່ຽວ ຈີນ - ອາຊຽນ ເຊິ່ງເຫັນວ່າມີຄວາມສອດຄ່ອງ ແລະ ແທດເໝາະກັບເນື້ອໃນຄໍາຂວັນຂອງງານວາງສະແດງ ປະກອບສ່ວນອັນສໍາຄັນໃຫ້ວຽກງານການທ່ອງທ່ຽວ ຈີນ-ອາຊຽນ ໃຫ້ໄດ້ຮັບໝາກຜົນ ແລະ ບັນລຸເປົ້າໝາຍຕາມທີ່ໄດ້ກໍານົດໄວ້. ພ້ອມດຽວກັນນີ້, ໃນໂອກາດທີ່ ສປປ ລາວ ໄດ້ກໍານົດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ ນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ກໍ່ຍັງໄດ້ຖືໂອກາດດັ່ງກ່າວ ເຊື້ອເຊີນນັກທ່ອງທ່ຽວທັງອາຊຽນ ແລະ ສປ ຈີນ ໄປຢ້ຽມຊົມທໍາມະຊາດອັນສວຍງາມຢູ່ ສປປ ລາວ ຕື່ມອີກ.



​​​​​​​ໃນໂອກາດເຂົ້າຮ່ວມການງານສະແດງຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເດີນທາງໄປຢ້ຽມຢາມ ບັນດາຫ້າງຮ້ານທຸລະກິດ ທີ່ເປັນຕົວແທນຈາກ ສປປ ລາວ ຕື່ມອີກ. ​




ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.