Header Ads

ບໍລິສັດບໍ່ທອງ ອິນເຕີ ກຣຸບ ພ້ອມຊົດເຊີຍຜົນເສຍຫາຍ ຈາກເຫດການເຂື່ອນນໍ້າເອັ້າແຕກ ທີ່ແຂວງຊຽງຂວາງ



ອີງຕາມການລາຍງານຂອງຫນັງສືພິມ ເສດຖະກິດການຄ້າ ສະບັບວັນທີ 15 ກັນຍາ 2017 ວ່າ: ຈາກເຫດເຂື່ອນນ້ຳເອົ້າ(ນໍ້າອ້າວ) ບ້ານ ພາ ເມືອງຜາໄຊ ແຂວງຊຽງຂວາງ ແຕກໃນວັນທີ 11 ກັນຍາ 2017 ຜ່ານມາ ເຮັດໃຫ້ນໍ້າຈຳນວນ 50ແສນແມັດກ້ອນໄຫຼຊຸເນື້ອທີ່ຂອງພໍ່ແມ່ປະຊາຊົນ ແລະ ເຮືອນຈັກຂອງເຂື່ອນໄຟຟ້ານໍ້າງຽບ2 ທີ່ຢູ່ກ້ອງເຂື່ອນດັ່ງກ່າວບໍ່ສາມາດທຳການຜະລິດໄດ້.





ຫລ້າສຸດຄະນະກຳມະການຂັ້ນສູງກາງ ແລະ ທ້ອງຖິ່ນກໍ່ໄດ້ລົງເກັບກຳຂໍ້ມູນຜົນເສຍຫາຍ ເພື່ອປະເມີນມູນຄ່າ ໃນນັ້ນ; ມີ 2 ບ້ານທີ່ໄດ້ຮັບຜົນກະທົບໜັກ ມີເນື້ອທີ່ເສຍຫາຍ 10 ເຮັກຕາ, ນອກນີ້ກໍ່ໄດ້ຕາລາຄາສາເຫດທີ່ເຮັດໃຫ້ເຂື່ອນນໍ້າອ້າວແຕກໃນຄັ້ງນີ້.




ທ່ານ ບຸນທອນ ປັນແກ້ວ ຮອງເຈົ້າເມືອງທ່າໂທມ ໃຫ້ສຳພາດວ່າ: ທາງອຳນາດການປົກຄອງແຂວງ, ເມືອງ ແລະ ບ້ານ ໄດ້ຮ່ວມກັບທາງ ບໍລິສັດໄດ້ເຮັດຂໍ້ຕົກລົງເອກະພາບ ໃນການຊົດເຊີຍຜົນເສຍຫາຍຂອງປະຊາຊົນທັງໝົດ ແລະ ປັດຈຸບັນແມ່ນກຳລັງເລັ່ງຈັດຕັ້ງປະຕິບັດລົງກວດກາບ້ານທີ່ໄດ້ຮັບຜົນກະທົບທັງໝົດ 8 ບ້ານ, ແຕ່ສາມາດເກັບກຳຂໍ້ມູນໄດ້ພຽງ 2 ບ້ານຄື: ບ້ານຊຽງຄົງ ແລະ ບ້ານວຽງທອງ ທັງສອງບ້ານໄດ້ຮັບຜົນກະທົບ ເນື້ອທີ່ນາ 10 ເຮັກຕາ ໃນ 20 ຄອບຄົວ, ໜອງປາ 4 ໜອງ, ງົວ 8 ໂຕ, ລົດໃຫຍ່ 3 ຄັນ, ລົດຈັກ 4 ຄັນ, ເຮືອນ້ອຍ 10 ລຳ, ໂຮງເຟີນິເຈີ 1 ໂຮງ, ນໍ້າລິນ 1 ແຫ່ງ, ເສົາໄຟຟ້າຫັກ 2 ຕົ້ນ, ສ່ວນບ້ານອື່ນໆແມ່ນກຳລັງເລັ່ງເກັບກຳຂໍ້ມູນຜົນເສຍຫາຍທັງໝົດ ແລ້ວຕີເປັນມູນຄ່າການເສຍຫາຍ ເພື່ອໃຫ້ບໍລິສັດຊົດເຊີຍຄ່າເສຍຫາຍທັງໝົດ.


ອີງຕາມບົດລາຍງານຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງໃຫ້ຮູ້ວ່າ: ສະພາບການແຕກຫັກຂອງເຂື່ອນ ນໍ້າອ້າວ ແລະ ຈຸດທີ່ຖືກກະທົບມີດັ່ງນີ້: ສັນເຂື່ອນຂາດປະມານ 100 ແມັດ, ນໍ້າທະລຸອອກຈາກເຂື່ອນໄປຈຳນວນ 5 ແສນແມັດກ້ອນ ລົງສູ່ນໍ້າສຽມ ບ້ານຊຽງຄົງ, ບ້ານທ່າວຽງ ເມືອງທ່າໂທມ ແຂວງໄຊສົມບູນ.



ຕາມການສຳຫຼວດເບື້ອງຕົ້ນໃນຕອນແລງ ວັນທີ 11 ກັນຍາ 2017 ຈາກບໍລິສັດ ບໍ່ທອງ ອິນເຕີ ກຣຸບຈຳກັດ ເຊິ່ງນໍ້າໄດ້ເຂົ້າເຮືອນຈັກ ແລະ ຖ້ວມອຸປະກອນເຄື່ອງຈັກນໍ້າອ້າວ, ນໍ້າເຂົ້າເຮືອນຈັກນໍ້າງຽບ 2 ເຮັດໃຫ້ນໍ້າງຽບ 2 ຢຸດການຜະລິດ, ນໍ້າຖ້ວມບໍລິເວນເຂດບ້ານຊຽງຄົງ ຖະໜົນຈຸດຕໍ່າເຂດໂຮງເລື່ອຍທ່າວຽງ, ສ່ວນຜົນກະທົບຕໍ່ຊີວິດບໍ່ມີຜູ້ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ, ສ່ວນລາຍລະອຽດໃນການເສຍຫາຍຈາກຜົນກະທົບຍັງສືບຕໍ່ກວດກາ ໃນວັນທີ 12 ກັນຍາ 2017 ໂດຍມີຄະນະກຳມະການພາກລັດທີ່ກ່ຽວຂ້ອງຈາກຂັ້ນສູນກາງ ແລະ ຂັ້ນແຂວງ ສົມທົບກັບເຈົ້າຂອງໂຄງການກຳລັງດຳເນີນການເກັບກຳຂໍ້ມູນຜົນເສຍຫາຍ ແລະ ປະເມີນມູນຄ່າ.

ທີ່ມາ: ຫນັງສືພິມ ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.