Header Ads

UNSC ປະຊຸມສຸກເສີນເພື່ອປຶກສາຫາລືປະເດັນເກົາຫຼີເໜືອຍິງຂີປະນາວຸດໃນເຊົ້າມື້ນີ້ !



ສໍານັກຂ່າວຕ່າງປະເທດລາຍງານວ່າ : ຄະນະມົນຕີຄວາມໝັ້ນຄົງສະຫະປະຊາຊາດ (UNSC ) ກຽມປະຊຸມຊຸກເສີນຕາມຄໍາຮຽກຮ້ອງຂອງ ສ. ອາເມລິກາ ແລະ ຢີ່ປຸ່ນ ເພື່ອເພື່ອປຶກສາຫາລືເລັ່ງດ່ວນກ່ຽວກັບປະເດັນເກົາຫຼີເໜືອຍິງຂີປະນາວຸດຫຼ້າສຸດໃນເຊົ້າມື້ນີ້ (15 ກັນຍາ 2017 ) ໂດຍຂີປະນາວຸດດັ່ງກ່າວລອຍຂ້າມຜ່ານປະເທດຢີ່ປຸ່ນ ແລ້ວໄປຕົກສົ່ງມະຫາສະໝຸດປາຊີຟິກ ເຊິ່ງກອງປະຊຸມໄດ້ກໍານົດໃນເວລາ 15 :00 ນາທີ (ເວລາທ້ອງຖິ່ນ) ທີ່ນະຄອນນິວຢອກ ສ. ອາເມລິກາ. 


ທ່ານ ເຣັກຊ ທິລເລີສັນ  (Rex W. Tillerson) ລັດຖະມົນຕິຕ່າງປະເທດ ສ. ອາເມລິກາ ອອກມາຮຽກຮ້ອງໃຫ້ທຸກປະເທດ ລວມທັງ ສປ ຈີນ ແລະ ຣັດເຊຍ ກົດດັນເກົາຫຼີເໜືອກວ່າເກົ່າ ເຊິ່ງ ທ່ານ ເຣັກຊ ທິລເລີສັນ ກ່າວວ່າ ເກົາຫຼີເໜືອຍັງຄົງເດີນໜ້າໂຄງການທົດລອງຂີປະນາວຸດອັນເປັນການກະທໍາຍົວະຍຸ  ໃນຂະນະທີ່ທາງ ສປ ຈີນ ຍັງຄົງສົ່ງນໍ້າມັນໃຫ້ກັບ ເກົາຫຼີເໜືອ ແລະ ຣັດເຊຍ ກໍຍັງຈ້າງແຮງງານຈາກເກົາຫຼີເໜືອເປັນຈໍານວນຫຼວງຫຼາຍ ໂດຍລະບຸຕື່ມວ່າທັງສອງປະເທດນີ້ຕ້ອງມີມາດຕະການກົດກັນເກົາຫຼີເໜືອຫຼາຍກວ່ານີ້.



ສໍາລັບການຍິງຂີປະນາວຸດຄັ້ງຫຼ້າສຸດແມ່ນເກີດຂື້ນພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງສະຫະປະຊາຊາດ (UNDC) ມີມະຕິຄວໍ່າບາດເກົາຫຼີເໜືອຮອບໃໝ່ຈາກເຫດທີ່ເກົາຫຼີເໜືອທົດສອບນິວເຄຼຍຄັ້ງທີ 6 ໃນວັນທີ 3 ກັນຍາ ຜ່ານມາ. 

ທີ່ມາ: FoxNews 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.