Header Ads

ສະພາບເຂື່ອນນຳ້ອ້າວແຕກໄດ້ຮັບການແກ້ໄຂເຂົ້າສູ່ສະພາບປົກກະຕິ ໂດຍບໍລິສັດເຈົ້າຂອງໂຄງການຜູ້ຮັບເໝົາກໍ່ສ້າງ


ເຂຶ່ອນນໍ້າອ້າວ (ນໍ້າເອົ້າ) ແຕກໄດ້ຮັບການແກ້ໄຂສູ່ສະພາບປົກກະຕິແລ້ວ ເຂື່ອນດັ່ງກ່າວຕັ້ງຢູ່ເມືອງຜາໄຊແຂວງຊຽງຂວາງ ແຕກໃນວັນທີ 11 ກັນຍາ 2017 ຜ່ານມາ ເຮັດໃຫ້ປະຊາຊົນ5 ບ້ານຄືບ້ານຊຽງຄົງ, ວຽງທອງ, ນາຊົງ, ທ່າວຽງໄຊ ແລະຊຽງຕາຢູ່ລຽບຕາມນໍ້າງຽບເມືອງທ່າໂທມແຂວງໄຊສົມບູນ ໄດ້ຮັບຜົນກະທົບແຕ່ບໍ່ມີຜູ້ເສຍຊີວິດ, ສ່ວນຄວາມເສຍຫາຍຕົວຈິງນັ້ນປະຈຸບັນທາງເມືອງກຳລັງສົມທົບກັບພາກສ່ວນກ່ຽວຂ້ອງເກັບກຳຂໍ້ມູນຢ່າງລະອຽດກ່ອນ.






ທ່ານສົມບູນ ສໍລິດທິເດດ ເຈົ້າເມືອງໆທ່າໂທມ ໄດ້ໃຫ້ສຳພາດວ່າ ສະພາບເຂື່ອນນໍ້າອ້າວແຕກແມ່ນບໍ່ສົ່ງຜົນກະທົບຫຼາຍຕໍ່ເມືອງທ່າໂທມ ຊື່ງເປັນເສັ້ນທາງນໍ້າໄຫຼຜ່ານ ເນື່ອງຈາກເປັນເຂື່ອນທີ່ພວມດຳເນີນການກໍ່ສ້າງ ມີປະລິມານນໍ້າໃນເຂື່ອນພຽງແຕ່ 5 ແສນກວ່າແມັດກ້ອນ ລວມເຖິງມີການແຈ້ງເຕືອນປະຊາຊົນກ່ອນລ່ວງໜ້າແລ້ວ ຈິ່ງຊ່ວຍຫຼຸດຜ່ອນຜົນກະທົບຄັ້ງນີ້ໄດ້ຢ່າງທັນການ. ຖ້າຈະເວົ້າແລ້ວເຂື່ອນນີ້ຍັງບໍ່ທັນໄດ້ຮັບນໍ້າເທື່ອຈິ່ງມີປະລິມານນ້ຳທີ່ບັນຈຸໄວ້ໃນອ່າງໜ້ອຍດຽວ ແລະມີແຕ່ບ້ານດຽວທີ່ໄດ້ຮັບຜົນເສຍຫາຍໜັກ ສ່ວນບ້ານອື່ນກໍ່ຖືກພຽງເລັກນ້ອຍ ເລື່ອງເຮືອນຊານບໍ່ເສຍຫາຍຫຼາຍ ເສຍແຕ່ຕູບນ້ອຍໆຢູ່ແຄມນໍ້າແຄມນາຂອງເຂົາເຈົ້າເທົ່ານັ້ນ.


ທ່ານເຈົ້າເມືອງຍັງກ່າວອີກວ່າ: ປະຈຸບັນທາງເມືອງກຳລັງສຶກສາອົບຮົມປະຊາຊົນບໍ່ໃຫ້ແຕກຕື່ນຕາມຫາງສຽງສັງຄົມ ເນື່ອງຈາກມີແຜນຈະປ່ອຍນໍ້າອອກຈາກເຂື່ອນນໍ້າງຽບ2 ເຊັ່ນດຽວກັນຍ້ອນປະລິມານນໍ້າຫຼາຍ ແຕ່ຈະມີການແຈ້ງລ່ວງໜ້າຢ່າງລະອຽດເພື່ອບໍ່ໃຫ້ປະຊາຊົນຕື່ນຕົກໃຈ. ສຳລັບເຂື່ອນນໍ້າອ້າວທີ່ແຕກເປັນເຂື່ອນຂະໜາດນ້ອຍ ໂດຍມີກຳລັງການຜະລິດພຽງແຕ່ 15 ເມກາວັດ ເລີ່ມກໍ່ສ້າງມາແຕ່ປີ 2015 ໂດຍແມ່ນບໍລິສັດບໍ່ທອງອິນເຕີເປັນຜູ້ຮັບເໝົາກໍ່ສ້າງ.




ທີ່ມາ: ວີທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    
___________




Powered by Blogger.