Header Ads

ພາບສະເທືອນໃຈຊາວໂລກ : ແມ່ຊາວໂຣຮິງຢາອຸ້ມລູກນ້ອຍທີ່ເສຍຊີວິດດ້ວຍຄວາມອາໄລຫຼັງເຮືອຫຼົ້ມໃນຂະນະທີ່ເຮືອແລ່ນເຂົ້າທຽມຝັ່ງຂອງປະເທດບັງກາລາເທດ



ພາບແມ່ຊາວໂຣຮິງຢາອຸ້ມລູກນ້ອຍທີ່ເສຍຊີວິດດ້ວຍຄວາມໂສກເສົ້າເສຍໃຈ ເຊິ່ງລູກຂອງລາວແມ່ນອາຍຸພຽງ 40 ວັນ ເສຍຊີວິດລະຫວ່າງທີ່ຂີ່ເຮຶອຍຜ່ານໃນນ່ານນໍ້າຂອງປະເທດບັງກາລາເທດ ເພື່ອຫວັງໄປລີ້ໄພສົ່ງຄາມທີ່ລັດຍະໄຂ ປະເທດມຽນມາ ແຕ່ໂຊກຮ້າຍທີ່ເຮືອໄປກັບຫຼົ້ມກ່ອນທີ່ຈະເຂົ້າຈອດຝັ່ງທີ່ປະເທດບັງກາລາເທດ ເຮັດໃຫ້ລູກຊາຍຂອງລາວເສຍຊີວິດຈາກການຈົມນໍ້າ.








ສໍາລັບພາບນີ້ແມ່ນຖືກຖ່າຍໂດຍ ຊ່າງພາບຊື່ ດາຣ ຍາຊິນ (Dar Yasin) ໂດຍພາບເປັນທີ່ສະທ້ອນຄວາມອາໄລ, ຄວາມໂສກເສົ້າ, ຄວາມສີ້ນຫວັງ ແລະ ຄວາມຊໍ້າໃຈຫາສິ່ງໃດມາປຽບທຽມໄດ້ ໂດຍແມ່ຊາວໂຣຮິງຢາອຸ້ມ ແລະ ຈູບລູກນ້ອຍທີ່ເສຍຊີວິດດ້ວຍຄວາມໜ້າສົງສານ. ສໍາລັບພາບນີ້ກໍເຄີຍເກີດຂື້ນກັບຜູ້ລີ້ໄພຊາວຊີເຣຍເມື່ອປະມານ 2  ປີກ່ອນ ໂດຍມີເດັກນ້ອຍເສຍຊີວິດແບບຄວໍ່າໜ້າທີ່ຊາຍຫາດຢ່າງໜ້າເວດທະນາ. 



© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.