Header Ads

ບົດຮຽນຊີວິດຂອງ CEO ລະດັບໂລກກ່ອນຈະປະສົບຜົນສຳເລັດ


Reed Hastings (CEO ຕຳແໜ່ງປະຈຸບັນ) ຜູ້ກໍ່ຕັ້ງບໍລິສັດ Netflix ເຄີຍເປັນພະນັກງານຂາຍແບບເຄາະປະຕູເຮືອນແຕ່ລະຫຼັງເພື່ອຂາຍເຄື່ອງດູດຝຸ່ນເຖີງຂະໜາດຍ່ອມເຂົ້າມະຫາວິທະຍາໄລຊ້າເພື່ອຮຽນຮູ້ວຽກ ແລະ ສະໜຸກສະໜານກັບການພົບປະຜູ້ຄົນທີ່ຫຼາກຫຼາຍ ເພື່ອໃຫ້ໄດ້ທາເຊິ່ງແລກກັບປະສົບການ;



Jeff Bezos ຜູ້ກໍ່ຕັ້ງບໍລິສັດ Amazon ພາຍໃຕ້ວິໄສທັດອັນຍາວໄກດ້ວຍຈິດໃຈທີ່ຮັກ ແລະ ຫຼົງໄຫຼໃນການເປັນຜູ້ປະກອບການແຕ່ໄວເດັກຈົນເຮັດໃຫ້ເຂົາຖືກ ເອີ້ນວ່າ “ພໍ່ມຸດດ້ານການຄ້າແບບອອນລາຍ (E-commerce) ໂດຍເລີ່ມການການຂາຍໜັງສືອອນລາຍສູ່ອາາຈັກ Amazon ຫຼາຍແສນລ້ານໂດລາໃນປັດຈຸບັນ; 


Indra Nooyi ແມ່ນເປັນ Chairman ແລະ CEO ຂອງບໍລິສັດ PepsiCo ເຂົາຫາເງິນເພື່ອສົ່ງຕົນເອງເຂົ້າຮຽນມະຫາວິທະຍາໄລໂດຍເປັນພະນັກງານຕ້ອນຮັບທີ່ Yale University ເຊິ່ງການເຮັດວຽກແມ່ນມີຄ່າຕອບແທນພຽງງ 50 ເຊັນໂດລາຕໍ່ຊົວໂມງ ແຕ່ Indra Nooyi ກໍພີສູດໃຫ້ໂລກເຫັນການຄວາມສໍາເລັດອາດມີຈຸເລີ່ມຕົ້ນຈາກສິ່ງນ້ອຍໆ;



Warren Buffett ບໍລິສັດຍັກໃຫຍ່ໃນນາມ Berkshire Hathaway ເຄີຍເປັນພະນັກງານສົ່ງໜັງສືພີມໃຫ້ແຕ່ລະຮືອນຈົນເຖິງ 13 ປີ, ເປັນຄົນທີ່ມິຈິດວິນຍານຂອງນັກສູ້ ແລະ ການເປັນນັກລົງທຶນໂດຍແທ້ ແລະ ມື້ນີ້ເຂົາເປັນມະຫາເສດຖີອັນດັບສອງຂອງໂລກ; 




Marissa Mayer ອາດີດ CEO Yahoo ເຄີຍເປັນພະນັກງານ Cashier ໃນຮ້ານຄ້າທ້ອງຖີ່ນນ້ອຍໆແບບ Express Lane ໂດຍການສະແກຮນສີນຄ້າ 40 ອັນຕໍ່ນາທີ ແລະ ຍັງເຄີຍເຮັດວຽກກັບບໍລິສັດ Google ມາກ່ອນໜ້າທີ່ໃນຕຳແໜ່ງຮອງປະທານ Operational Products ມີຫຼາຍຜົນງານພົ້ນເດັ່ນທີ່ເປັນນະວັດຕະກຳຂອງໂລກ;


Michael Dell ຜູ້ກໍ່ຕັ້ງບໍລິສັດ Dell Computer ເຄີຍເປັນເດັກລ້າງຈານໃນຮ້ານອາຫານຈີນ ແລະ ເປັນ Busboy ໃນຮ້ານອາ ຫານແມັກຊີກັນມາກ່ອນ, Michael Dell  ເລີ່ມສ້າງທຸລະກິດສະໄໜຍັງຮຽນທີ່ມະຫາວິທະຍາ ໄລດ້ວຍເງີນພຽງ 1000 ໂດລາ ໂດຍໃຊ້ຫໍພັກເປັນຫ້ອງການໃນການຈຳໜ່າຍສີນຄ້າຄອມພີວເຕີແບບປະກອບ.



ຄົນທີ່ຈະປະສົບຄວາມສໍາເລັດອາດເລີ່ມຕົ້ນທີ່ຄວາມກ້າທີ່ສາມາດກ້າວອອກມາຈາກຫ້ອງສີ່ຫຼ່ຽມ, ເລີ່ມຄິດ, ເລີ່ມຝັນ ແລະ ລົງມືເຮັດທັນທີໂດຍຈາກສູນຫາສິບຜ່າຈາກວິກິດສູ່ໂອກາດ.

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.