Header Ads

ວິກິດໂຣຮິງຢາ ທີ່ປະເທດມຽນມາສົ່ງຜົນໃຫ້ມີຊາວໂຣຮິງຢາ ຫຼັ່ງໄຫຼເຂົ້າປະເທດບັງກາເທດແລ້ວກວ່າ 2.7 ແສນຄົນ



ສຶບເນື່ອງຈາກເຫດຄວາມຮຸນແຮງໃນລັດຍະໄຂ່ ປະເທດມຽນມາໃນວັນທີ 25 ສິງຫາ 2017 (ຫຼື 2 ອາທິດຜ່ານມາ) ເຮັດໃຫ້ຊາວໂຣຮິງຢາທີ່ອາໄສຢູ່ພື້ນທີ່ປະທະກັນປະມານ 1 ລ້ານກວ່າຄົນຕ້ອງໜີອອກຈາກພື້ນທີ່ດັ່ງກ່າວ ເຊິ່ງເຫດການຄວາມຮຸນແຮງເກີດຈາກກຸ່ມຕິດຊາວໂຣຮິງຢາ ກໍ່ເຫດບຸກໂຈມຕີດ່ານ ແລະ ສະຖານີຕໍາຫຼວດກວ່າ 20 ຈຸດໃນລັດຍະໄຂ່ ເຮັດໃຫ້ຝ່າຍລັດຖະບານມຽນມມາປະຕິບັດການປາບປາມ ແລະ ພະຍາຍາມຢຸດຕິເຫດການບໍ່ໃຫ້ບານປາຍ.





ຂໍ້ມູນຈາກ UNHCR ຄາດການໂຕເລກຊາວໂຣຮິງຢາຫຼັ່ງໄຫຼເຂົ້າປະເທດບັງກາລາເທກໃນໄລຍະ 2 ອາທິດຜ່ານມາບອາດມີຫຼາຍກວ່າ 2.7 ແສນຄົນແລ້ວ ເຊິ່ງໜ່ວຍງານເພື່ອຜູ້ລີ້ໄພສະຫະປະຊາຊາດ ໄດ້ຖະແຫຼ່ງວ່າຜູ້ອົບພະຍົກອາດມີໂຕເລກເພີ່ມຂື້ນຕໍ່ເນື່ອງ ພ້ອມກັບໂຕເລກຜູ້ເສຍຊີວິດທີ່ອາດມີຮອດ  1000 ຄົນ. ນອກນັ້ນ, ຍັງມີຂໍ້ມູນພາບຖ່າຍຈາກດາວທຽມທີ່ລະບຸວ່າ ມີເຮືອຊາວໂຣຮິງຢາຖືກເຜົາປະມານ 450 ຫຼັງໃນລັດຍະໄຂ່  ແລະ ມີຄວາມພະຍາຍາມກຸ່ມບໍ່ຮູ້ຝ່າຍທີ່ພະຍາຍາມຂັບໄລ່ກຸ່ມຊາວໂຣຮິງຢາອອກຈາກພື້ນທີ່. 




© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.