Header Ads

ບໍລິສັດ“Google” ຖືກຟ້ອງໃນຖານຈໍາແນກທາງເພດ


ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Google ຖືກຟ້ອງໃນຂໍ້ຫາຈໍາແນກທາງເພດ ໂດຍການຈ່າຍເງິນເດືອນໃຫ້ພະນັກງານເພດຊາຍສູງກວ່າເພດຍິງຈົນນໍາໄປສູ່ການຟ້ອງຮ້ອງ. ໃນລາຍງານຂ່າວລະບຸວ່າ ມີອາດີດພະນັກງານຍິງຄົນໜຶ່ງຂອງ  ບໍລິສັດ Google ໄດ້ຢື່ນຟ້ອງຕໍ່ສານໃນເມືອງຊານຟານຊິສໂກ  ສ. ອາເມລິກາ ໃນການດໍາເນີນຄະດີແກ່ ບໍລິສັດ Google ໃນຂໍ້ຫາຈໍາແນກທາງເພດ ເຊິ່ງເນື້ອຫາໃນຄໍາຟ້ອງລະບຸວ່າ ທາງບໍລິສັດນັ້ນຈ່າຍເງິນເດືອນໃນພະນັກງານຍິງນ້ອຍກວ່າເພດຊາຍ ໃນວຽກ ຫຼື ຕໍາແໜ່ງດຽວກັນ ພ້ອມກັບມີໂອກາດກ້າວໜ້ານ້ອຍກວ່າພະນັກງານເພດຊາຍ ທັງໆທີ່ມີຄຸນສົມບັດ ແລະ ຄວາມສາມາດ ເຊິ່ງທາງ ບໍລິສັດ Google ກໍຮູ້ບັນຫານີ້ດີແຕ່ບໍ່ຍອມດໍາເນີນການແກ້ໄຂ.



ບໍລິສັດ Google ມີພະນັກງານຍິງກວມ 70 ເປີເຊັນຂອງພະນັກງານທັງໝົດ ແລະ ພະນັກງານ 80 ເປີເຊັນໃນຕໍາແໜ່ງດ້ານເຕັກນິກ ແລະ ມີສັດສ່ວນ 75 ເປີເຊັນຂອງຕໍາແໜ່ງຫົວໜ້າເປັນຜູ້ຊາຍ ເຊິ່ງເລື່ອງນີ້ເຮັດໃຫ້ ບໍລິສັດ Google ຖືກສອບສວນ ແລະ ກວດສອບຈາກກະຊວງແຮງງານ ສ. ອາເມລິການ ເຖິງປະເດັນທີ່ກ່ຽວຂ້ອງກັບການຈ່າຍເງິນເດືອນພະນັກງານຍິງນ້ອຍກວ່າພະນັກງານຊາຍໃນບໍລິສັດ. 




© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.