Header Ads

ທ່ານ ນາງ ຮາລີມາຫ໌ ຍາຄອບ ປະທານາທິບໍດີຍິງຄົນທໍາອິດຂອງສິງກະໂປ ເຂົ້າພິທີສາບານຕົນເຂົ້າຮັບຕໍາແໜ່ງ



ສໍານັກຂ່າວທ້ອງຖິ່ນຂອງປະເທດສິງກະໂປ ລາຍງານວ່າ: ທ່ານ ນາງ ຮາລີມາຫ໌ ຍາຄອບ  ປະທານາທິບໍດີຍິງຄົນທໍາອິດຂອງສິງກະໂປ ເຂົ້າພິທີສາບານຕົນເຂົ້າຮັບຕໍາແໜ່ງ ທີ່ທໍານຽບອິດສຕານາ ທີ່ສິງກະໂປ ເຊິ່ງຈະເປັນປະຫວັດສາດຂອງສິງກະໂປ ທີ່ມີປະທານາທິບໍດີເປັນຜູ້ຍິງ ແລະ ເປັນປະມຸກສູງສຸດໃນຮອບ 47 ປີ ທີ່ເປັນພົນລະເມືອງເຊື້ອສາຍມາເລເຊຍ.



ສໍາລັບການເລືອກປະທານາທິບໍດີກໍານົດມີຂື້ນໃນວັນທີ 23 ກັນຍາ ນີ້ ແຕ່ສະຫງວນສິດຜູ້ສະໝັກຕ້ອງເປັນຄົນເຊື້ອສາຍມາເລເຊຍເທົ່ານັ້ນ ເຮັດໃຫ້ຄູ່ແຂງອີກສອງຄົນທີ່ເປັນນັກທຸລະກິດນັ້ນບໍ່ຜ່ານເກນດ້ານເງື່ອນໄຂຜູ້ສະໜັກ ແລະ ອີກທັງບໍ່ມີຜູ້ສະໜັກລາຍອື່ນເຂົ້າມາເພີ່ມ ເຮັດໃຫ້ເຫຼືອພຽງ ທ່ານ ນາງ ຮາລີມາຫ໌ ຍາຄອບ ພຽງຄົນດຽວ ເຮັດໃຫ້ສາມາດຂື້ນເປັນປະທານາທິບໍດີໂດຍປະລິຍາຍ.






ທີ່ມາ: Channel Asis News 

© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.