Header Ads

ອິດທິພົນ ພາຍຸດອກສຸຣິ (DOKSURI) ເຮັດໃຫ້ຫຼາຍພື້ນທີ່ຂອງລາວເກີດມີຝົນຕົກ ແລະ ລົມແຮງ



ວັນທີ 15 ກັນຍາ 2017 ເວລາ 15:30 ນາທີ ອິດທີພົນຂອງພະຍຸດອກສຸຣິ (DOKSURI) ໄດ້ພັດເຂົ້າເມືອງນາກາຍ ແຂວງຄໍາມ່ວນ ເຮັດໃຫ້ຫຼັກສົ່ງສັນຍາໄມໂຄຣເວບຢູ່ຄ້າຍທະຫານເມືອງນາກາຍລົ້ມລົງ ແລະ ເສຍຫາຍຢ່າງໜັກ ພ້ອມດຽວກັນອິດທະພົນພະຍຸດອກສຸຣິ ຍັງເຮັດໃຫ້ມີຝົນຕົກໜັກ ແລະ ລົມແຮງນໍາອີກ ເຊິ່ງພື້ນທີ່ທີ່ຈະໄດ້ຮັບອິດທິພົນ ພາຍຸດອກສຸຣິແມ່ນແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມໂດຍອີງໃສ່ການເຄື່ອນທີ່ຂອງພະຍຸທີ່ຈະເຂົ້າຝັ່ງປະເທດຫວຽດນາມກ່ອນ.









ອີງຕາມແຈ້ງເຕືອນໄພຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນເລກທີ 0894/ກອຕທ ລົງວັນທີ 13 ກັນຍາ 2017 ເລື່ອງ: ພະຍຸໜຸນເຂດຮ້ອນໃນໄລຍະ ວັນທີ 15-17 ກັນຍາ 2017 ໂດຍລະບຸວ່າ: ລົມພາຍຸ ດອກສຸຣິ (DOKSURI) ຫົວທີ່ 19 ໃນເວລາ 08 ໂມງເຊົ້າ ຂອງວັນທີ 15 ກັນຍາ ປີ 2017 ໄດ້ເຄື່ອນທີ່ເຂົ້າຝັ່ງປະເທດຫວຽດນາມແລ້ວ, ເຊີ່ງມີຈຸດທີ່ຕັ້ງ ຢູ່ເສັ້ນ ຂະໜານທີ 17.8 ອົງສາເໜືອ ແລະ ເສັ້ນແວງທີ 107.3 ອົງສາຕາເວັນອອກ ແລະ ພວມເຄື່ອນທີ່ມາທາງທິດຕາເວັນຕົກ- ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິໂລ ແມັດ ຕໍ່ຊົ່ວໂມງ ຄາດວ່າພາຍຸຫົວນີ້ ຈະເຄື່ອນທີ່ຜ່ານ ພາກກາງຂອງປະເທດ ລາວໃນຕອນແລງຂອງວັນທີ 15 ກັນຍາ 2017.








ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມ ໃນລະດັບປານກາງ ຫາຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 15 – 16 ກັນຍານີ້. ດັ່ງນັ້ນ, ຈຶ່ງຂໍແຈ້ງ ເຕືອນ ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນ ທີ່ອາໄສຢູ່ເຂດ ແຂວງ ດັ່ງກ່າວ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະກໍ່ໃຫ້ເກີດ ນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ຊື່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ, ພ້ອມ ນີ້ກໍ່ໃຫ້ກະກຽມເຄື່ອນຍ້າຍວັດຖຸສີ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານລາຍຂ່າວອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.








ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ   | VDO : Keo Phongsavath
© ໂຕະນໍ້າຊາ | tonamcha.com    
___________






Powered by Blogger.