Header Ads

ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນ 2 ລ້ານໂດລາ ເຂົ້າໃນການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ທີ່ແຂວງໄຊຍະບູລີ



ພິທີ ວາງສີ ລາລຶກກໍ່ ສ້າງ ໄດ້ຈັດຂຶ້ນໃນວັນທີ 5 ຕຸລານີ້ ທີ່ເມືອງໄຊຍະ ແຂວງໄຊຍະບູລີ ໂດຍເປັນກຽດເຂົ້າ ຮ່ວມ ຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ, ທ່ານ ຮິຄິຮາຣະ ທາເຄຊິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ພ້ອມດ້ວຍ ມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມ.


ສ່ວນ ສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ທີ່ແຂວງໄຊຍະບູລີ ແມ່ນຈະສ້າງໃຫ້ເປັນເຂດສີຂຽວ ປະກອບມີຫ້ອງນ້ຳໃນຮູບແບບ ຂອງຍີ່ປຸ່ນ, ໂດຍນຳໃຊ້ທຶນກໍ່ສ້າງ 2 ລ້ານໂດລາ ຫລືປະມານ 16 ຕື້ກີບ. ຖ້າກໍ່ສ້າງສຳເລັດ ສວນທາລະລະນະແຫ່ງນີ້ ຈະກາຍເປັນ ສັນຍາລັກ ມິດຕະພາບອັນໃໝ່ ຂອງລາວ ແລະ ຍີ່ປຸ່ນ ທັງເປັນສະຖານທີ່ ທີ່ຜູ້ມາທ່ຽວຊົມ ຈະສຳພັດໄດ້ ເຖິງວັດທະນະທຳຍີ່ປຸ່ນ ແລະເປັນບ່ອນ ພັກຜ່ອນຂອງຜູ້ຄົນທີ່ໄປຢ້ຽມຢາມ.




ໄລຍະຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອແຂວງໄຊຍະບູລີ ໂດຍສະເພາະກົນຈັກ ແລະອຸປະກອນທີ່ຈຳເປັນໃນຂົງເຂດກະສິກຳ ແລະປ່າໄມ້, ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ມູນຄ່າ 2,85 ຕື້ກີບ, ຊ່ວຍເຫລືອດ້ານການພັດທະນາພື້ນຖານໂຄງລ່າງ ແລະການສຶກສາ ມູນຄ່າ 591,700 ໂດລາ, ກໍ່ສ້າງ ໂຮງໝໍແລະຂະແໜງສາທາລະນະສຸກ ລວມມູນຄ່າ 1,66 ລ້ານໂດລາ ແລະວຽກງານອື່ນໆ ຕື່ມອີກ.




ທີ່ມາ: ນັກຂ່າວໄຊຍະບູລີ  (Via Champa Update)
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.