ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດເຢຍລະມັນ ຄົນໃໝ່ ປະຈຳ ລາວ
ໃນຕອນບ່າຍຂອງວັນທີ10 ຕຸລາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຢັນ ເປເຕີ ລຸດເຄນເຮິມ (Jens Peter Lutkenherm), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສສ. ເຢຍລະມັນ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຈະສືບຕໍ່ເສີມສ້າງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນການໂອ້ລົມກັນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ທີ່ຈະວຽນມາ ຄົບຮອບ 60 ປີ ໃນປີ 2018 ທີ່ຈະມາເຖິງນີ້ (31/01/1958-31/01/2018), ຊຶ່ງສອງຝ່າຍເຫັນດີ ທີ່ຈະຮ່ວມກັນຈັດພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ຢ່າງເປັນຂະບວນຝົດຟື້ນ ແລະ ມີຄວາມໝາຍ.
ທ່ານລັດຖະມົນຕີ ໄດ້ຖືເອົາໂອກາດດັ່ງກ່າວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ສສ. ເຢຍລະມັນ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາໃນດ້ານຕ່າງໆ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຕົ້ນແມ່ນ: ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາ ເສດຖະກິດແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ,ການ ອະນຸລັກສິ່ງແວດລ້ອມ, ການກໍ່ສ້າງພຶ້ນຖານໂຄງລ່າງ ແລະ ການສົ່ງເສີມທຸລະກິດພາກເອກະຊົນ, ຊຶ່ງມາເຖິງປັດຈຸບັນ ເຢຍລະມັນໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ລວມມູນຄ່າປະມານ 377.1 ລ້ານເອີໂຣ, ໃນນັ້ນ ສົກປີ 2016-2017ແມ່ນມີມູນຄ່າ 45,8 ລ້ານເອີໂຣ. ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງສະເໜີໃຫ້ທ່ານທູດ ຊ່ວຍຊຸກຍູ້ນັກລົງທຶນ ແລະ ເຊີນຊວນນັກທ່ອງທ່ຽວເຢຍລະມັນ ໃຫ້ມາທ່ຽວລາວ ແລະ ລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ເຢຍລະມັນ.
ໃນເວລາດຽວກັນ, ທ່ານທູດ ເຢັນ ເປເຕີ ລຸດເຄນເຮິມ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈະພະຍາຍາມສືບຕໍ່ເສີມສ້າງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.
ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
Post a Comment