Header Ads

ກະຊວງການເງິນ ປະກາດອອກແຈ້ງການເສຍຄ່າທຳນຽມທາງປີ 2017 ມີຜົນເລີ່ມປະຕິບັດແຕ່ວັນທີ 30 ຕຸລາ ເປັນຕົ້ນໄປ



ຫ້ອງການກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 2667/ຫກງ ລົງວັນທີ 17 ຕຸລາ 2017 ເລື່ອງການເສຍຄ່າທໍານຽມທາງ (ໃບຄ່າທາງ) ປະຈໍາປີ 2017  ໂດຍໃຫ້ປະຕິບັດຕາມດັ່ງນີ້:



  1. ເນື່ອງຈາກມີການປັບປຸງນິຕິກຳ ແລະ ກົນໄກການຄຸ້ມຄອງການເກັບຄ່າທຳນຽມທາງໃນປີ ດ້ວຍລະບົບທີ່ທັນສະໄໝຫຼ້າຊ້າ ແລະ ອີງຕາມຜົນໃນການຈັດຕັ້ງປະຕິບັດ, ສະນັ້ນ ການເສຍຄ່າທຳນຽມທາງປະຈຳປີ 2017 ໃຫ້ເລີ່ມເສຍຄ່າທຳນຽມທາງ ນັບແຕ່ວັນທີ 30 ຕຸລາ 2017 ເປັນຕົ້ນໄປ.
  2. ໄລຍະເວລາປົກກະຕິຂອງການເສຍຄ່າທຳນຽມທາງປະຈຳປີ 2017 ຍ້ອນມີການຫຼ້າຊ້າຕາມເຫດຜົນທີ່ໄດ້ກ່າວໃນຂໍ້ 1 ຂ້າງເທິງ; ດັ່ງນັ້ນ, ການເສຍຄ່າທຳນຽມທາງ ຈຶ່ງສາມາດແກ່ຍາວຮອດ ວັນທີ 31 ມີນາ 2018 ແຕ່ຖ້າກາຍກຳນົດເວລາດັ່ງກ່າວ ຈະຖືກປັບໄໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ IV ຂໍ້ 2 ຂອງຄຳແນະນຳຈັດຕັ້ງປະຕິບັດ ລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.
  3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນຳໃຊ້ຍານພາຫະນະໃໝ່ ເຖິງແມ່ນວ່າຈະນຳໃຊ້ ຫຼື ຂຶ້ນທະບຽນຍານພາຫະນະໃນວັນທີ ຫຼື ເດືອນໃດກໍຕາມພາຍໃນປີ ກໍຕ້ອງໄດ້ເສຍຄ່າທຳນຽມທາງປະຈຳປີນັ້ນ.
  4. ອັດຕາຄ່າທຳນຽມທາງແມ່ນ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດສະບັບເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທໍານຽມທາງ.
  5. ການຊຳລະເງິນຄ່າທຳນຽມທາງແມ່ນ ໃຫ້ຊຳລະຜ່ານລະບົບທະນາຄານ (ທະນາຄານການຄ້າຕ່າງປະເທດລາວມະຫາຊົນ) ດ້ວຍ 5 ທາງເລືອກຄື: ຊຳລະຜ່ານລະບົບເຄົາເຕີຂອງທະນາຄານ, ຊຳລະຜ່ານແອັບພິເຄເຊິນມືຖື, ຊຳລະຜ່ານຕູ້ເອທີເອັມ, ຊຳລະຜ່ານຕູ້ອັດຕະໂນມັດ ແລະ ຊຳລະຜ່ານສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ, ຖ້າຫາກບໍ່ເຂົ້າໃຈລາຍລະອຽດ ແມ່ນໃຫ້ຕິດຕໍ່ສອບຖາມມາຍັງ ກົມສ່ວຍສາອາກອນ: 021 217 025 ແລະ ບໍລິການສອບຖາມຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ: 1555.


© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.