Header Ads

ລັດຖະບານຈະຈັດສັນ ໂຄຕາລັດຖະກອນຈຳນວນ 3000 ຕໍາແໜ່ງ ໃນສົກປີ 2018


ອີງຕາມບົດສະຫຼຸບກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ທີ່ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜ່ານມານີ້ ໂດຍໜຶ່ງໃນມະຕິປະຊຸມຕົກລົງ ແລະ ທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແມ່ນການຈັດສັນໂຄຕາລັດຖະກອນໃນປີ 2018 ທີ່ສະພາຮັບຮອງ ໃນຈຳນວນ 3000 ຕໍາແໜ່ງ ໃຫ້ໄປຕາມບຸລິມະ ສິດທີ່ລັດຖະບານກໍານົດ ໂດຍໃຫ້ບູລິມະສິດ ແກ່ຂະແໜງ ການສຶກສາ, ສາທາລະນະສຸກ ແລະ ກະສິກຳ ຢູ່ບັນດາເມືອງທຸກຍາກ ແລະ ຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ຈຳເປັນແທ້ ມີຕໍ່າແໜ່ງງານທີ່ຊັນເຈນ. 




ພ້ອມກັນນີ້ ກໍໃຫ້ຄັດເລືອກເອົາພະນັກງານທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ແລະ ໄດ້ຕາມມາດຕະຖານ ຕາມເງື່ອນໄຂທີ່ຕໍາແໜ່ງງານກໍານົດ ດ້ວຍຄວາມໂປ່ງໃສ. 



ທີ່ມາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com 
___________

Powered by Blogger.