Header Ads

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017



​ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ, ສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະ ພາບພົ້ນເດັ່ນ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ; ສະພາບຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ; ການລາຍງານ ແລະ ຊີ້ແຈງຂໍຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ IV ທີ່ຕິດພັນກັບຄວາມພະຍາຍາມຂອງລັດຖະບານ ໃນການສູ້ຊົນຈັດຕັ້ງປະຕິບັດເພື່ອ ບັນລຸຄາດໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນປີ 2017; ການປັບປຸງບັນຍາກາດການດໍາເນີນທຸລະກິດ ໃນ ສປປ ລາວ; ຄວາມຄືບໜ້າໃນການອ່ວາຍໜີ້ສາມແຈ ໃຫ້ແກ່ໂຄງການລົງທຶນຂອງລັດ; ສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ;  ການແກ້ໄຂສິ່ງກີດຂວາງການຂົນສົ່ງທາງບົກ ແລະ ການຄຸ້ມຄອງດ່ານສາກົນທາງບົກພາຍໃນປະເທດ; ການສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ການປັບປຸງຜະລິດຕະພັນໄມ້ ເພື່ອສົ່ງອອກຕ່າງປະເທດ.


ຜ່ານການພິຈາລະນາບັນດາເນື້ອໃນດັ່ງກ່າວຢ່າງເລິກເຊິ່ງ ກອງປະຊຸມຕົກລົງ ແລະ ໃຫ້ທິດຊີ້ນຳ ດັ່ງນີ້:

1. ກ່ຽວກັບການແກ້ໄຂສິ່ງກີດຂວາງການຂົນສົ່ງທາງບົກ ແລະ ການຄຸ້ມຄອງດ່ານສາກົນທາງບົກພາຍໃນປະເທດ: ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ທີ່ມີດ່ານສາກົນຕັ້ງຢູ່ ຄົ້ນຄວ້າປຶກສາຫາລືກັນ ເພື່ອກຳນົດມາດຖານດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ. ພ້ອມກັນນັ້ນ ໃຫ້ສືບຕໍ່ປັບປຸງຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານສາກົນ, ປັບປຸງດຳລັດວ່າດ້ວຍຄະນະຄຸ້ມຄອງການຂົນສົ່ງທາງບົກລະດັບຊາດ ເພື່ອໃຫ້ລັດຖະບານໄດ້ພິຈາລະນາຕົກລົງໂດຍໄວ.

2. ກ່ຽວກັບບັນຫາທີ່ດິນ: ກອງປະຊຸມເຫັນດີຮັບຮອງທາງດ້ານຫຼັກການ ບົດລາຍງານຂອງຄະນະສະເພາະກິດ ໃນການກວດກາ, ສະຫຼຸບ, ຕີລາຄາ, ຄົ້ນຄວ້າວິໄຈ ສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນໄລຍະຜ່ານມາ;  ຮັບຮອງຮ່າງແຜນຈັດສັນທີ່ດິນແຫ່ງຊາດ, ພ້ອມນັ້ນ ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາ ຊິກລັດຖະບານ ເພື່ອສືບຕໍ່ພິຈາລະນາ ແລະ ປະກາດນຳໃຊ້ໃນຂັ້ນຕໍ່ໄປໂດຍໄວ.



3. ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງເຫັນດີໃຫ້ສ້າງຕັ້ງນະຄອນ-ຫຼວງພະບາງ ຕາມການສະເໜີຂອງເຈົ້າແຂວງ ແລະ ສະພາປະຊາປະຊາຊົນແຂວງຫຼວງພະບາງ ພ້ອມກັນນີ້ ກໍ່ໄດ້ຕົກລົງດ້ານຫຼັກການ ໃຫ້ສ້າງຕັ້ງນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ແຕ່ຕ້ອງໄດ້ໃຫ້ອຳນາດການປົກຄອງ ແລະ ສະພາປະຊາຊົນທ້ອງຖິ່ນດັ່ງກ່າວ ຮີບຮ້ອນພິຈາລະນາສະເໜີ ຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການ ເພື່ອໃຫ້ໄດ້ປະກາດພ້ອມກັບນະຄອນຫຼວງພະບາງ.

4. ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງທິດເບື້ອງຕົ້ນ ກ່ຽວກັບແຜນງົບປະມານຮັບໃຊ້ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ: ໃນນີ້ ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງປ້ອງກັນປະເທດ ນຳໄປໄລ່ລຽງບັນດາກິດຈະກຳ ໃຫ້ລະອຽດ ແລະ ແທດຕົວຈິງຕື່ມ ແລ້ວຈຶ່ງນຳສະເໜີ ຂໍຄຳເຫັນຈາກກົມການເມືອງສູນກາງພັກ  ເພື່ອພິຈາລະນາຕົກລົງ. ກອງປະຊຸມເຫັນວ່າ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແມ່ນມີຄວາມໝາຍສຳຄັນຫຼາຍ ເຊິ່ງຕ້ອງໄດ້ສຶກສາອົບຮົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໃຫ້ເຂົ້າໃຈຢ່າງເລິກ ເຊິ່ງ ຕໍ່ມູນເຊື້ອວິລະຊົນຂອງກອງທັບປະຊາຊົນລາວ,  ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນ 70 ປີທີ່ຜ່ານມາ ພ້ອມກັນນັ້ນ ກໍ່ຖືເອົາໂອກາດນີ້ ເພື່ອປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ແລະ ຮອບດ້ານ ກໍ່ຄື ປັບປຸງກຳລັງປະກອບອາວຸດໃຫ້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.

5. ຮ່າງດຳລັດ ວ່າດ້ວຍການຊ່ວຍເຫຼືອທາງກົດໝາຍ: ກອງປະຊຸມໄດ້ຮັບຮອງໂດຍຫຼັກການ ແຕ່ມອບໃຫ້ກະຊວງທີ່ກ່ຽວຂ້ອງນຳໄປປັບປຸງເນື້ອໃນ ແລະ ຄຳສັບຕ່າງໆ ໃຫ້ໃຫ້ມີຄວາມຮັດກຸມ ແລະ ຮອບຄອບຕື່ມ, ສາມາດຈຳກັດຊ່ອງຫວ່າງຕ່າງໆ ແລະ ຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນ ແລະ ປ້ອງກັນໄດ້ບັນຫາຕ່າງໆທີ່ຈະຕາມມາ.

6. ກອງປະຊຸມໄດ້ຮັບຮອງເອົາ: ແຜນການສ້າງ ແລະ ປະປຸງກົດໝາຍ ປີ 2018 ຕາມການສະເໜີຂອງກະຊວງຍຸຕິທຳ ເຊິ່ງມີຈຳນວນ 26 ສະບັບ ໃນນັ້ນ ສ້າງໃໝ່ ຈຳນວນ 13 ສະບັບ ແລະ ປັບປຸງ ຈຳນວນ 13. ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງຍຸຕິທຳ ນຳໄປສົມທົບກັບກະຊວງທີ່ກ່ຽວຂ້ອງ ເພື່ອກະກຽມເນື້ອໃນ ແຕ່ລະຮ່າງກົດໝາຍ ໃຫ້ລະອຽດ-ຮັດກຸມ ແລ້ວຈັດສັນເຂົ້າຜ່ານກອງປະຊຸມລັດຖະບານແຕ່ລະຄັ້ງ ແລະ ຈັດສັນເຂົ້າ ພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ສະ  ໄໝສາມັນເທື່ອທີ 5 ແລະ 6 ໃນປີ 2018.

7. ການປັບປຸງບັນຍາກາດການດຳເນີນທຸລະກິດ ຢູ່ ສປປ ລາວ: ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນກຳນົດວິທີການ ແລະ ມາດຕະການ ແກ້ໄຂຂັ້ນຂອດ, ໄລຍະເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ເພື່ອເຮັດໃຫ້ການບໍລິການດຳເນີນທຸລະກິດຢູ່ສປປ ລາວ ລວມສູນ, ຜ່ານປະຕູດຽວ, ວ່ອງໄວ ແລະ ມີປະສິດທິພາບ ເພື່ອນຳສະເໜີຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃນຕົ້ນເດືອນພະຈິກ ພິຈາລະນາຕົກລົງ ແລະ ປະກາດໃຊ້ໃນໄວໆນີ້.

8. ການແກ້ໄຂໜີ້ສິນດ້ວຍຮູບແບບອວາຍໜີ້ 3 ແຈ: ຕໍ່ບັນຫານີ້, ກອງປະຊຸມຕົກລົງເຫັນດີ ອ່ວາຍໜີ້ຈໍາ ນວນ 3.250 ຕື້ກີບ ພາຍໃຕ້ເງື່ອນໄຂ: 1). ໂຄງການໃນແຜນ; 2). ໂຄງການທີ່ຜ່ານການກວດກາສຳເລັດ 100%; 3). ໂຄງການທີ່ຖືກສະພາແຫ່ງຊາດຮັບຮອງ ແລະ 4). ໂຄງການທີ່ໄດ້ກູ້ຢືມຈາກທະນາຄານທຸລະກິດ ເຊິ່ງໄດ້ຮັບການຢັ້ງຢືນ ຈາກທະນາຄານທຸລະກິດ ແລະ ທະນາຄານກາງ ໂດຍໃຫ້ກຳນົດເຂົ້າໃນແຜນຊຳລະ ນັບແຕ່ປີ 2018 ເປັນຕົ້ນໄປ ປີລະ 300 ຕື້ກີບ ພ້ອມທັງ ປະຕິບັດພັນທະຕ່າງໆຕາມກົດໝາຍ. ເຊິ່ງກອງປະຊຸມ ໄດ້ມອບໃຫ້ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນຳລະອຽດຕື່ມ.
9. ກອງປະຊຸມໄດ້ຮັບຮອງໂດຍດ້ານຫຼັກການ ຮ່າງດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ:   ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ນຳໄປປັບປຸງຄືນໃຫ້ລະອຽດ, ຮັດກຸມ ແລ້ວນຳເຂົ້າພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກ ຫຼື ກອງປະຊຸມລັດຖະບານໃນຂັ້ນຕໍ່ໄປ ເພື່ອປະກາດໃຊ້ໂດຍໄວ. ພ້ອມກັນນີ້ ກອງປະຊຸມກໍ່ໄດ້ຕົກລົງ ໃຫ້ປັບປຸງ ຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບ 1833/ອຄ, ລົງວັນທີ 3 ຕຸລາ 2016 ວ່າດ້ວຍລາຍການບັນຊີໄມ້ເພື່ອສົ່ງອອກ ໃນນີ້ ເຫັນດີເພີ່ມ 6 ລາຍການຜະລິດຕະພັນໄມ້ສົ່ງອອກ ແລະ ປັບຂະໜາດ ຜະ ລິດຕະພັນໄມ້ ໃນ 12 ລາຍການ ໃຫ້ສອດຄ່ອງກັບຄວາມເປັນຈິງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານໃນເດືອນຕຸລາທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນພະຈິກ ດັ່ງນີ້: 

1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນ (ທັງກະກຽມ ແລະ ປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ສ້າງເຫດການ ເພື່ອຍຸແຍ່, ແບ່ງແຍກ ແລະ ກໍ່ຄວາມບໍ່ສະຫງົບ); ຄຸ້ມຄອງຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ໃຫ້ໜັກແໜ້ນໂດຍເລັ່ງສ້າງແຜນແມ່ບົດຈັດສັນລະບຽບສັງຄົມ ຕາມແຜນທີ່ໄດ້ກຳນົດ ເພື່ອເປັນທິດທາງໃຫ້ແກ່ການເຄື່ອນໄຫວວຽກງານດ້ານນີ້ ທັງໃນສະເພາະໜ້າ ແລະ ຍາວນານ; ຮັກສາສະຖຽນລະພາບທາງການເມືອງ ໃຫ້ໝັ້ນທ່ຽງ ໂດຍເອົາໃຈໃສ່ແກ້ໄຂ ແລະ ຕອບຕ້ານການໃສ່ຮ້າຍປ້າຍສີ ແລະ ຖ້ອຍທຳນອງ ໃນຮູບແບບຕ່າງໆ ທີ່ຫວັງແບ່ງແຍກ ແລະ ມ້າງຄວາມສາມັກຄີພາຍໃນຂອງພວກເຮົາ; ສືບຕໍ່ເອົາໃຈໃສ່ພິເສດໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ບັນຫາອື່ນໆ ທີ່ເປັນປະກົດການ ຊໍາເຮື້ອ ບໍ່ໃຫ້ເພີ່ມຂຶ້ນ, ໃຫ້ຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ມີແຜນລາຍງານລັດຖະບານກ່ຽວກັບວິທີການທີ່ຈະແກ້ໄຂໃຫ້ປະກົດການດັ່ງກ່າວຫຼຸດໜ້ອຍຖ້ອຍລົງ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ທີ່ກຳລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ອາດມີຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ໃຫ້ເອົາໃຈໃສ່ວິເຄາະວິໄຈ ແລະ ກຳນົດທັດສະນະໃຫ້ເໝາະສົມ ພ້ອມທັງກະກຽມປ້ອງກັນຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນ. ພ້ອມກັນນີ້, ກໍ່ໃຫ້ກະກຽມຮອບ ດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ ເປັນຕົ້ນແມ່ນແຜນການຕ້ອນຮັບປະທານປະເທດ ສປ ຈີນ ທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ, ການເດີນທາງໄປເຄື່ອນໄຫວລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມຂອງປະທານປະເທດ ຢູ່ປະເທດໄທ ແລະ ສສ ຫວຽດນາມ  ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຂອງລັດຖະ ບານ. 

3. ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດຄາດໝາຍໃຫຍ່ ທີ່ຍັງບໍ່ທັນບັນລຸໄດ້ຕາມແຜນ  ຕາມການສະເໜີຂອງສະພາແຫ່ງຊາດ ໂດຍສະເພາະແມ່ນການສູ້ຊົນບັນລຸຄາດໝາຍດ້ານລາຍຮັບ (ລາຍຮັບຈາກສວຍສາອາກອນ, ຊັບສິນຂອງລັດ, ກອງທຶນ ແລະ ການຄ້າງຊຳລະຕ່າງໆ ໃນການດຳເນີນທຸລະກິດ) ໂດຍມອບໃຫ້ແຕ່ລະຂະແໜງການກວດຄືນ ແລະ ນຳໃຊ້ມາດຕະການທີ່ເໝາະສົມ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອເກັບກູ້ລາຍຮັບ, ສືບຕໍ່ຄົ້ນຄວ້າ ແລະ ສະໜອງທຶນໃຫ້ແກ່ວຽກງານແກ້ໄຂຄວາມທຸກຍາກ, ການແກ້ໄຂໜີ້ສິນ ແລະ ອວ່າຍໜີ້ 3 ແຈ, ການຈັດສັນງົບປະມານ ແລະ ຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ແລະ ອື່ນໆ ໃນໄລຍະສອງເດືອນທີ່ເຫຼືອຂອງປີ 2017 ພ້ອມທັງເອົາ ໃຈໃສ່ປັບປຸງການຈັດສັນງົບປະມານດັ່ງກ່າວໃຫ້ເໝາະສົມ ແລະ ໄປຕາມແຜນສຳລັບປີ 2018.

4. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ໂດຍເອົາໃຈ ໃສ່ຕິດຕາມ ແລະ ຄຸ້ມຄອງການຂາດດຸນງົບປະມານໃຫ້ຢູ່ໃນລະດັບທີ່ສະພາແຫ່ງຊາດກຳນົດ; ຄຸ້ມຄອງອັດຕາແລກປ່ຽນ ແລະ ລາຄາສິນຄ້າໃຫ້ມີຄວາມສະຫງົບ; ສືບຕໍ່ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ມີການລົງທຶນເພີ່ມຂຶ້ນ ແລະ ໃຫ້ພາກສ່ວນທຸລະກິດ ທີ່ເຄື່ອນໄຫວໃນປະຈຸບັນມີຄວາມຄຶກຄັກໂດຍສືບຕໍ່ແກ້ໄຂບັນຫາທີ່ເປັນຂອດອຸດຕັນ ໃຫ້ທະລຸໂລ່ງສືບຕໍ່ປະຕິບັດກົນໄກການລົງທຶນຜ່ານປະຕູດຽວ ຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ໂລ່ງລ່ຽນ, ໂປ່ງໃສ ແລະ ເປັນເອກະພາບຕາມທີ່ໄດ້ກຳນົດໃນກົດໝາຍສົ່ງເສີມການລົງທຶນ ສະບັບປັບປຸງ.

4. ດຳເນີນການແກ້ໄຂ ຈຸດອ່ອນ ແລະ ຂໍ້ຄົງຄ້າງ 7 ຂໍ້ ແລະ  ມາດຕະການ ແລະ ວິທີການແກ້ໄຂຜົນການກວດ ກາຕາມຜົນຂອງການກວດສອບ 8 ຂໍ້ ທີ່ອົງການກວດກາລັດຖະບານ ໄດ້ສະເໜີ ແລະ ສະພາແຫ່ງຊາດ ໄດ້ຮັບຮອງ. ແຕ່ລະຂະແໜງການຕ້ອງເອົາໃຈໃສ່ຊີ້ນຳ, ຄຸ້ມຄອງ ແລະ ຕິດຕາມກວດກາຫົວໜ່ວຍງົບປະມານພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ເຂັ້ມງວດໃນການປະຕິບັດກົດໝາຍ, ລະບຽບການ, ວິໄນແຜນການ ແລະ ການເງິນ, ພ້ອມທັງປະຕິບັດມາດຕະການກະຕຸກຊຸກຍູ້, ນະໂຍບາຍຕໍ່  ຜູ້ທີ່ມີຜົນງານ ຄຽງຄູ່ກັບການສຶກສາອົບຮົມ-ກ່າວເຕື່ອນ ແລະ ປະຕິບັດວິໄນຕໍ່ຜູ້ລະ ເມີດຕາມກົດໝາຍກຳນົດ. 

6. ສືບຕໍ່ຕິດຕາມ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ຕິດພັນກັບໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ຕ່າງໆ ເຊັ່ນ : ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂຄງການລົງທຶນດ້ານພະລັງງານ-ບໍ່ແຮ່, ໂຄງການພັດທະນາເຂດເສດຖະກິດພິເສດ ແລະ ອື່ນໆ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາທີ່ຄິດພັນກັບໂຄງການເຫຼົ່ານີ້ໃຫ້ດີ ໂດຍສະເພາະແມ່ນການຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ໂຄງການເຫຼົ່ານີ້ສ້າງຄຸນຄ່າ ແລະ ຈໍາກັດໄດ້ຜົນກະທົບໃນທາງລົບດ້ານການພັດທະນາ. 

7. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ຕິດຕາມ, ຊຸກຍູ້, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອປະຊາຊົນ ໃນການເກັບກ່ຽວເຂົ້ານາປີ, ພ້ອມທັງກະກຽມຊຸກຍູ້ການຜະລິດລະດູແລ້ງ ໃຫ້ທັນກັບລະດູການ ເປັນຕົ້ນແມ່ນການສະໜອງແນວພັນ, ການສະໜອງນໍ້າເຂົ້າໃນພື້ນທີ່ການຜະລິດ ແລະ ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ທີ່ຈຳເປັນໃຫ້ແກ່ຊາວກະສິກອນ; ສືບຕໍ່ຈັດຕັ້ງການເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດໄຂ້ຫວັດສັດປີກ (H5N1, H7N9), ໄຂ້ຍຸງລາຍ ແລະ ພະຍາດຕາມລະດູການ.

8. ເອົາໃຈໃສ່ກະກຽມເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018 ໂດຍສຸມໃສ່ຄົ້ນຄວ້ານໍາໃຊ້ທ່າແຮງບົ່ມຊ້ອນທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ, ປັບປຸງການບໍລິການໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສຽງດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ໄດ້ຕາມຄາດໝາຍກໍານົດ (5,2 ລ້ານຄົນໃນປີ 2018). ພ້ອມກັນນັ້ນກໍ່ໃຫ້ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ການຮ່ວມມືລະຫວ່າງຂະແໜງການຂອງພັກ ລະ ຫວ່າງພາກລັດ ກັບ ພາກທຸລະກິດ. ສົ່ງເສີມແນວຄິດລາວທ່ຽວລາວໃຫ້ແຂງແຮງ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາອອກນອກປະເທດ. ສູ້ຊົນເຮັດໃຫ້ປີທ່ອງທ່ຽວ ເປັນເຄື່ອງມືທີ່ມີປະສິດທິຜົນ ໃນການກະຕູ້ນເສດຖະກິດຂອງປະເທດເຮົາ ໃຫ້ຂະຫຍາຍຕົວເກີນຕົວເລກຄາດໝາຍທີ່ວາງໄວ້.

9. ຈັດສັນໂຄຕາລັດຖະກອນໃນປີ 2018 ທີ່ສະພາຮັບຮອງ ໃນຈຳນວນ 3000 ຕໍາແໜ່ງ ໃຫ້ໄປຕາມບຸລິມະ ສິດທີ່ລັດຖະບານກໍານົດ ໂດຍໃຫ້ບູລິມະສິດ ແກ່ຂະແໜງ ການສຶກສາ, ສາທາລະນະສຸກ ແລະ ກະສິກຳ ຢູ່ບັນດາເມືອງທຸກຍາກ ແລະ ຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ຈຳເປັນແທ້ ມີຕໍ່າແໜ່ງງານທີ່ຊັນເຈນ. ພ້ອມກັນນີ້ ກໍໃຫ້ຄັດເລືອກເອົາພະນັກງານທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ແລະ ໄດ້ຕາມມາດຕະຖານ ຕາມເງື່ອນໄຂທີ່ຕໍາແໜ່ງງານກໍານົດ ດ້ວຍຄວາມໂປ່ງໃສ. 

10. ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການມອບຄວາມຮັບຜິດຊອບ ໃຫ້ຂະແໜງການກ່ຽວຂ້ອງ ນໍາເອົາເນື້ອໃນ ແລະ ຈິດໃຈຂອງກອງປະຊຸມລັດຖະບານເທື່ອນີ້ ໄປຜັນຂະຫຍາຍ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ ພ້ອມກັນນີ້ ກໍ່ໃຫ້ສະມາຊິກລັດຖະບານຊີ້ນໍາຢ່າງໃກ້ຊິດ, ພ້ອມທັງຕິດຕາມ, ຊຸກຍູ້, ກວດກາ ແລະ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມດັ່ງກ່າວ ກໍຄືຈຸດສຸມຂອງຂະແໜງການຕົນ ໃຫ້ລັດຖະບານຊາບໃນເດືອນທັນວາ.

ເນື່ອງຈາກລັດຖະບານຈະຕ້ອງໄດ້ປັບປຸງແກ້ໄຂ ໃນການປະຕິບັດວຽກຈຸດສູມຂອງຕົນ ໃນເດືອນ 11 ແລະ 12 ທີ່ຈະມາເຖິງນີ້, ຖ້າຖືເບົາ, ບໍ່ເຮັດອີ່ຫຼື ແທນທີ່ພວກເຮົາຈະບັນລຸ ຫຼື ຢັບໃກ້ທີ່ສຸດຕໍ່ຄາດໝາຍຂອງແຜນການປີ, ພວກເຮົາອາດຈະບໍ່ສາມາດບັນລຸຕົວເລກຄາດຄະເນໝົດປີ ທີ່ໄດ້ສະເໜີຕໍ່ສະພາ. ດັ່ງນັ້ນ, ສະເໜີໃຫ້ເອົາໃຈໃສ່ແທ້ ແລະ ຫຼີກລ້ຽງການເດີນທາງໄປຕ່າງປະເທດທີ່ບໍ່ຈໍາເປັນ ເພື່ອສຸມໃສ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະບານ ໃນເດືອນ 11 ແລະ 12 ຢ່າງຄົບໜ້າຄົບຕາ.


ສຸດທ້າຍນີ້, ຂໍຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ລວມທັງ ຊາວຕ່າງດ້າວຜູ້ບໍ່ມີສັນຊາດ ທີ່ດຳລົງຊີວິດ ຢູ່ລາວ, ນັກທຸລະກິດພາກລັດ ແລະ ເອກະຊົນ ລວມທັງ ນັກທຸລະກິດຕ່າງປະເທດ ທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈ ເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ວຽກງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ​.

ທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com 
___________

Powered by Blogger.