Header Ads

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ. ເບລາຣຸສ ທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງມິນສ



ໃນຕອນເຊົ້າຂອງວັນທີ 02 ຕຸລາ 2017, ທີ່ ທໍານຽບປະທານາທິບໍດີ ໃນນະຄອນຫລວງມິນສ, ທ່ານ ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ, ໄດ້ຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ອາເລັກຊັງເດີ ກຣີກໍຣີອີວີຊ ລູກາເຊັນໂກ, ປະທານາທິບໍດີ ສາທາລະນະລັດ ເບລາຣຸດສ, ເພື່ອດໍາລົງຕໍາແຫ່ນງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃຫມ່ ປະຈໍາ ສ. ເບລາຣຸສ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ.

ໃນໂອກາດເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດ ສີວຽງເພັດ ເພັດວໍຣະສັກ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ສົ່ງເຖິງ ພະນະທ່ານ ອາເລັກຊັງເດີ ກຣີກໍຣີອີວີຊ ລູກາເຊັນໂກ, ປະທານາທິບໍດີ ສາທາລະນະລັດ ເບລາຣຸສ, ແລະ ໂດຍຜ່ານ ພະນະທ່ານ ອາເລັກຊັງເດີ ກຣີກໍຣີອີວີຊ ລູກາເຊັນໂກ ໄປຍັງ ລັດຖະບານ ແລະ ປະຊາຊົນ ເບລາຣຸສ ທຸກຖ້ວນຫນ້າ.

ປະທານາທິບໍດີ ເບລາຣຸສ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງ ສ. ເບລາຣຸສ ແລະ ສປປ ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສີວຽງເພັດ ເພັດວໍຣະສັກ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ເບລາຣຸສ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ວຽກງານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ເບລາຣຸດ ແລະ ລາວ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.ຜູ້ນໍາເບລາຣຸສ ໄດ້ແຈ້ງໃຫ້ທູດເຮົາຊາບວ່າ ຫວ່າງບໍ່ດົນນີ້, ທີ່ ນະຄອນຫລວງມິນສ, ສອງຝ່າຍ ໄດ້ຈັດກອງປະຊຸມ JC ເບລາຣຸສ-ລາວຊຶ່ງໄດ້ຢັ້ງຢືນໃຫ້ເຫັນຄວາມພ້ອມຂອງສອງປະເທດ ທີ່ພົບປະກັນຢ່າງ ກົງໄປກົງມາ ແລະ ແບບສ້າງສັນ. ຜູ້ນໍາເບລາຣຸສ ຍັງໄດ້ກ່າວອີກວ່າ ໃນ 2 ປີ ຕໍ່ຫນ້າ ສອງປະເທດ ຈະສາມາດຍົກ ລະດັບການພົວພັນຮ່ວມມືສູ່ລະດັບໃຫມ່ ທີ່ມີຄວາມຫມາຍເລິກເຊິ່ງສໍາລັບສອງຝ່າຍ, ສ່ວນເບລາຣຸດ ກໍກຽມພ້ອມຈະຮ່ວມມືກັບ ສປປ ລາວ ໃນໂຄງການທາງດ້ານວິທະຍາສາດ ແລະ ເຕັກນິກ, ໃນນັ້ນ ລວມທັງການຂຸດຄົ້ນຊັບພະຍາ ກອນທໍາມະຊາດ.

ນອກຈາກນີ້, ທ່ານທູດ ໄດ້ທົບທວນຄືນມູນເຊື້ອຂອງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ ໃນສະໄຫມອະດິດສະຫະພາບໂຊຫວຽດ, ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ລັດຖະບານ ແລະ ປະຊາຊົນເບລາຣຸດ ທີ່ໃຫ້ການສະຫນັບສະຫນູນຊ່ວຍເຫລືອລາວເຮົາ ໃນສະໄຫມຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ໂດຍສະເພາະການຊ່ວຍເຫລືອຂອງລັດຖະບານເບລາຣຸສ ໃນການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ ໃນໄລຍະຜ່ານມາ. ນອກຈາກນີ້, ທ່ານທູດ ຍັງໄດ້ແຈ້ງໃຫ້ເຈົ້າພາບຊາບ ກ່ຽວກັບ ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ແນໃສ່ສູ້ຊົນນໍາເອົາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.


ທ່ານທູດ ຍັງໄດ້ກ່າວວ່າ ທ່ານຈະສືບຕໍ່ອອກແຮງຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ. ເບລາຣຸສ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 07 ກຸມພາ 1994.


ທີ່ມາ: ກະຊວງການຕ່າງປະເທກດ

© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.