Header Ads

ທ່ານຮອງນາຍົກລັດຖະມົນຕີ ໄປຢ້ຽມຢາມໂຮງງານຜະລິດຖ່ານຂາວ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ


ໃນຕອນແລງ ຂອງວັນທີ 4 ຕຸລາ 2017 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຢ້ຽມຢາມໂຮງງານຜະລິດຖ່ານຂາວ ຂອງບໍລິສັດ ບີເຄເອັນ ຈຳກັດ ທີ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການຕ້ອນ ຮັບຂອງທ່ານ ບູນອູ້ມ ພັນທະປັນຍາ ຜູ້ອຳນວຍການບໍລິສັດດັ່ງກ່າວ.



ກ່ອນອື່ນ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວ ກໍ່ຄື ການຜະລິດຖ່ານຂາວ ຂອງບໍລິສັດ ບີເຄເອັນ ຈຳກັດ ຈາກທ່ານ ບຸນອູ້ມ ພັນທະປັນຍາ ເຊິ່ງເຫັນວ່າ: ບໍລິສັດ ບີເຄເອັນ ມີໂຮງງານຜະລິດຖ່ານຂາວທັງໝົດ 6 ໂຮງງານ ລວມມີເຕົາເຜົາ ຈຳນວນ 172 ເຕົາ, ສາມາດຜະລິດຖ່ານໄດ້ປະມານ 150 ໂຕນ/ເດືອນ ໃນນັ້ນ ຢູ່ເມືອງຫີນເຫີບ, ແຂວງວຽງຈັນ ຈຳນວນ 2 ໂຮງງານ ມີເຕົາເຜົາ 36 ເຕົາ; ຢູ່ນະຄອນຫຼວງວຽງຈັນ ຄື ເມືອງສັງທອງ ຈຳນວນ 1 ໂຮງງານ ມີເຕົາເຜົາ 20 ເຕົາ, ເມືອງໄຊທານີ ຈຳນວນ 1 ໂຮງງານ ມີເຕົາເຜົາ 56 ເຕົາ, ເມືອງປາກງື່ມ ຈຳນວນ 1 ໂຮງງານ ມີເຕົາເຜົາ ຈຳນວນ 30 ເຕົາ ແລະ ຢູ່ເມືອງ ທ່າພະບາດ, ແຂວງບໍລິຄຳໄຊ ຈຳນວນ 1 ໂຮງງານ ມີເຕົາເຜົາ ຈຳນວນ 30 ເຕົາ. 


ນອກນັ້ນ ຍັງມີເຄືອຂ່າຍຂອງບໍລິສັດ ຢູ່ພາກກາງ ແລະ ພາກໃຕ້ຕື່ມອີກ ເປັນຕົ້ນ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ. ສຳລັບວັດຖຸດິບທີ່ນຳມາປ້ອນໂຮງງານ ແມ່ນໄມ້ຕິ້ວທຸກຊະນິດ ທີ່ມີຂະໜາດໜ້າຕັດ ແຕ່ 7 ຊັງຕີແມັດຂຶ້ນໄປ ໂດຍການຮັບຊື້ຈາກປະຊາຊົນທ້ອງຖິ່ນໂຮງງານຕັ້ງຢູ່ ໃນລາຄາ 200.000 ກີບ/ແມັດກ້ອນ (ລາຄາສົ່ງທີ່ໂຮງງານ). ສ່ວນຕະຫຼາດຈຳໜ່າຍ ແມ່ນສົ່ງອອກຂາຍຕ່າງປະເທດ 100% ໂດຍແມ່ນຍີ່ປຸ່ນ ເປັນຕະຫຼາດຫຼັກ.​



ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກ ໃຫ້ບໍລິສັດ ບີເຄເອັນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຂະບວນການຜະລິດ ແລະ ຈຳໜ່າຍ ໃຫ້ເປັນລະບົບຄົບຊຸດ ແລະ ທັນສະໄໝກວ່າເກົ່າ, ທັງມີຄຸນນະພາບ ແລະ ໄດ້ມາດຕະຖານ ຕາມທີ່ຕະຫຼາດຕ້ອງການ; ການຊຸກຍູ້ສົ່ງເສີມປະຊາຊົນປູກໄມ້ຕິ້ວ ໃຫ້ເປັນຂະບວນການ, ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ ແລະ ດ້ານລາຄາ ກໍ່ມີຄວາມຍຸຕິທຳແກ່ທຸກຝ່າຍ. ພ້ອມກັນນັ້ນ, ທ່ານຍັງໄດ້ຮັບເອົາບາງຂໍ້ສະເໜີ ຂອງບໍລິສັດ ໄປພິຈາລະນາເບິ່ງຄວາມເໝາະສົມ, ແທດເໝາະກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງ ໂດຍສະເພາະແມ່ນດ້ານນະໂຍບາຍ ກໍ່ຄື ຜົນປະໂຫຍດລວມຂອງປະເທດ ແລະ ປະຊາຊົນເປັນສຳຄັນ.


ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.