Header Ads

ພິທີພົບປະ ແລະ ເຊັນບົດບັນທຶກຊ່ວຍຈໍາໃນການຮ່ວມມື ລະຫວ່າງ ແຂວງຈໍາປາສັກ ສປປ ລາວ ກັບ ແຂວງດົ້ງຖາບ ສສ ຫວຽດນາມ


ພິທີພົບປະ ແລະເຊັນບົດບັນທຶກຊ່ວຍຈໍາ ການຮ່ວມມື ລະຫວ່າງ ແຂວງຈໍາປາສັກ, ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ແຂວງດົງຖັບ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຈັດຂື້ນໃນຕອນບ່າຍ ຂອງວັນທີ 27 ກັນຍາ 2017 ທີ່ຜ່ານມາ ຢູ່ທີຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ແຂວງດົ່ງຖາບ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຫງວຽນ ໂຕນ ຮວ່າງ ຮອງເລຂາຜູ້ປະຈໍາການພັກແຂວງ, ປະທານສາມະຄົມມິດຕະພາບ ຫວຽດນາມ-ລາວ ແຂວງດົ່ງຖາບ ແລະ ສະຫາຍ ເມກສະຫວັນ ພົມພິທັກ, ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15, ປະທານສະພາປະຊາຊົນແຂວງ ທັງເປັນະທານສາມະຄົມມິດຕະພາບ ລາວ-ຫວຽດນາມ ແຂວງຈໍາປາສັກ ແລະຕ່າງ ໜ້າໃຫ້ການນໍາທັງສອງຝ່າຍເຊັນບົດບັນທຶກຊ່ວຍຈໍາໃນຄັ້ງນີ້ ສະຫາຍ ເຈົາ ໂຮງ ຝຸກ ຮອງປະທານຄະນະ ກໍາມະການປະຊາຊົນແຂວງດົ້ງຖາບ ແລະ ສະຫາຍ ບົວລິນ ວົງພະຈັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ ມີບັນດາຄະນະຜູ້ແທນການນໍາພັກລັດທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.


ເນື້ອໃນບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວນີ້, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ໃນການຮ່ວມ ມືວຽກງານດ້ານຕ່າງໆ ເຊັ່ນ: ວຽກງານກະສິກໍາ, ວຽກງານການສຶກສາ ແລະກໍ່ສ້າງຊັບພະຍາກອນມະນຸດ, ວຽກງານການຄ້າ-ການບໍລິການ ແລະການແລກປ່ຽນ-ແບ່ງປັນບົດຮຽນ ຊຶ່ງທັງສອງຝ່າຍຈະສ້າງເງື່ອນໄຂອໍານວຍ ຄວາມສະດວກ ໃຫ້ບັນດາພະແນກການ, ຂະແໜງການ, ຕົວແທນ ແລະ ບັນດາຫົວໜ່ວຍທຸລະກິດຂອງສອງແຂວງ ໄດ້ມີການພົບປະ, ແລກປ່ຽນ, ແບ່ງປັນບົດຮຽນ ທາງດ້ານເຕັກນິກການຜະລິດກະສິກໍາຄື: ການປູກເຂົ້າ, ປູກພືດຜັກ, ປູກດອກໄມ້ປະດັບ, ຕົ້ນໄມ້ກິນໝາກ ແລະ ການປະມົງ ເປັນຕົ້ນ; ພ້ອມກັນສົ່ງເສີມ ແລະອໍານວຍຄວາມສະດວກ ໃຫ້ແກ່ຫົວໜ່ວຍທຸລະກິດຂອງສອງຝ່າຍໄດ້ຊອກຮູ້ຕະຫຼາດ, ຮ່ວມມື ແລະລົງທຶນເຂົ້າໃນຂົງເຂດກະສິກໍາ, ອຸດສາ ຫະກໍາປຸງແຕ່ງການປະມົງ ແລະບັນດາກິດຈະການອື່ນໆ; ຮ່ວມກັນກໍ່ສ້າງຊັບພະຍາກອນມະນຸດ ແລະນັກສຶກສາ ເຊິ່ງ ແຂວງດົ້ງຖາບຈະຊ່ວຍກໍ່ສ້າງນັກສຶກສາ ໃນລະດັບມະຫາວິທະຍາໄລ ແລະຊັ້ນສູງ ເຂົ້າຮຽນທີ່ບັນດາວິທະຍາໄລພາຍ ໃນແຂວງດົ້ງຖາບ ສ່ວນແຂວງຈໍາປາສັກ ແມ່ນຈະສືບຕໍ່ຮັບເອົາພະນັກງານແຂວງດົ່ງຖາບ ມາຮຽນພາສາລາວ ທີ່ ແຂວງຈໍາປາສັກ. ພ້ອມນິ້, ຄະນະການນໍາຂັ້ນສູງທັງສອງຝ່າຍຈະໄດ້ມີການການເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນນໍາກັນໜຶ່ງຄັ້ງຕໍ່ປີ ເພື່ອຕີລາຄາຄືນຜົນການຮ່ວມມືໃນປີຜ່ານມາ ແລະ ກໍານົດທິດທາງຮ່ວມ ມືໃນປີຖັດໄປ ແລະວຽກງານອື່ນໆ ທີ່ເຫັນວ່າເປັນການເສີ່ມສ້າງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາ ຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະກໍຄືໃນຂົງເຂດວຽກງານຂອງສອງແຂວງ ທີ່ໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ. ເຊິ່ງເປັນການຍົກສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີອັນພິເສດ ແລະເປັນການປະກອບສ່ວນ ໃນການສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບ ຄົບ ຮອບ 40 ປີແລະ ຄົບຮອບ 55 ປີ ວັນແຫ່ງການສ້າງສາຍພົວພັນການທູດ ຂອງສອງປະເທດ ໃຫ້ມີເນື້ອໃນຄວາມ ໝາຍຢ່າງໜັກແໜ້ນ.


ຜົນປະໂຫຍທີ່ສອງຝ່າຍຈະໄດ້ຮັບ ແມ່ນຈະເຮັດວຽກງານດ້ານການຜະລິດກະສິກໍາມີການພັດທະນາ ແລະ ເປີດກວ້າງໃຫ້ນັກລົງທຶນທັງສອງປະເທດໄດ້ເຂົ້າມາລົງທຶນ, ມີຕະຫຼາດຮອງຮັບບັນດາຜະລິດຕະພັນຕ່າງໆ ຂອງສອງ ຝ່າຍ, ວຽກງານການສຶກສາ ແລະກໍ່ສ້າງຊັບພະຍາກອນມະນຸດ ມີຄວາມເຂັ້ມແຂງ ເຮັດໃຫ້ຊັບພະຍາກອນມະນຸດມີ ຄວາມຮູ້ຄວາສາມາດ ຊຶງເປັນກໍາລັງແຮງທີ່ສໍາຄັນທີ່ສຸດໃນການຂັບເຄື່ອງ ແລະປະກອບສ່ວນການພັດທະນາເສດຖະ ກິດ-ສັງຄົມຂອງສອງແຂວງ ໃຫ້ມີການຂະຫຍາຍຕົວ ແລະຍັງເຮັດໃຫ້ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໄດ້ມີການພົວພັນ, ແລກປຽນ ແລະແບ່ງປັນບົດຮຽນດ້ານຕ່າງໆ ເຊິ່ງເປັນການເສີມສ້າງ ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ໃຫ້ໄດ້ຮັບການຖະນຸຖະໜອມ ເພີ່ມພູນຄູນສ້າງ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ.

ໃນການຢ້ຽມຢາມເຮັດວຽກຢູ່ແຂວງດົ້ງຖາບ ຂອງຄະນໍາແຂວງຈໍາປາສັກ ໃນຄັ້ງນີ້, ຍັງໄດ້ໄຫວ້ອາໄລ ແລະ ວາງດອກໄມ້ທີ່ອະນຸສອນສະຖານ ທ່ານ ຫງຽນ ຊິງ ຊັກ ເຊິ່ງເປັນດາຂອງ ປະທານໂຮ່ຈິມິນ ແລະເຄື່ອນໄຫວທັດ ສະນະຢ້ຽມຢາມເບິ່ງຕົວຈິງກ່ຽວກັບພື້ນຖານເສດຖະກິດ ແລະການຜະລິດກະສິກໍາ ເຊັ່ນ: ການປູກດອກໄມ້ປະດັບ, ປູກຕົ້ນໄມ້ກິນໝາກ(ໝາກມວງ, ລໍາໄຍ) ແລະການປະມົງ(ການລ້ຽງປານໍ້າຂອງປະເພດປາໜັງ) ຊຶ່ງປະຊາຊົນຂອງ ແຂວງສ່ວນໃຫຍ່ແມ່ນຢຶດອາຊີບການປູກດອກໄມ້ປະດັບ ແລະປູກຕົ້ນໄມ້ກິນໝາກ ເປັນຫຼັກ ສາມາດສົ່ງຂ່າຍທັງ ພາຍໃນ ແລະຕ່າງປະເທດໄດ້ຕະຫຼອດປີ. ພິເສດຢູ່ນະຄອນ ຊາແດກ ຂອງແຂວງ ເຊິ່ງເປັນນະຄອນ ທີ່ມີຊື້ສຽງໃນການ ປູກດອກໄມ້ເຂດຮ້ອນ ທີ່ມີຄວາມສວຍງາມ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ຄວາມນິຍົມມາ ທ່ຽວຊົມຢ່າງຫຼວງຫຼາຍ ທັງເປັນບ່ອນທັດສະນະສຶກສາໃຫ້ແກ່ສະຖາບັນການສຶກສາຕ່າງໆ ໄດ້ມາເກັບກໍາຂໍ້ມູນກ່ຽວ ກັບວຽກງານກະສິກໍາເປັນຕົນ. ຕໍ່ກັບການຢ້ຽມຢາມເບິ່ງຕົວຈິງໃນຄັ້ງນີ້, ກໍ່ຈະເປັນບົດຮຽນ ແລະຂໍ້ມູນພື້ນຖານທີ່ ສໍາຄັນ ທີ່ຄະນະນໍາຂອງແຂວງຈໍາປາສັກ ຈະນໍາໄປປັບປຸງເຂົາໃນວຽກງານກະສິກໍາຂອງແຂວງ ໃຫ້ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດຕິພາບ ແລະພັດທະນາຢ່າງບໍ່ຢຸດຢັ້ງ.


ທີ່ມາ: ສົມວິຈິດ ໄຊມົນຕີ/ວິທະຍຸກະຈາຍສຽງແຂວງຈໍາປາສັກ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.