ນາຍົກລັດຖະມົນຕີ ຢ້ຽມຢາມ ສສ ຫວຽດນາມ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ເປັນການພາຍໃນ ແຕ່ວັນທີ 02-06 ຕຸລາ 2017, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ການຢ້ຽມຢາມຄັ້ງນີ້, ແມ່ນກິດຈະກຳໜຶ່ງ ທີ່ປະກອບສ່ວນອັນສຳຄັນ ໃຫ້ແກ່ການສະເຫລີມສະຫລອງ ປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017.
ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກຮ່ວມກັບຄູ່ຕໍ່າແໜງ ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ເພື່ອທົບທວນການລົງທຶນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການ ການຮ່ວມມື, ການຊ່ວຍເຫລືອ ຂອງສອງປະເທດ ທີ່ໄດ້ຕົກລົງ ໃນກອງປະຊຸມຄະນະກຳມະການຮ່ວມມື ທະວິພາຄີ ຄັ້ງທີ 39 ຜ່ານມາ ເປັນຕົ້ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ; ໂຄງການທ່າ ເຮືອຫວຸງອາງ; ໂຄງການສາງພັກ ແລະ ທໍ່ສົ່ງນໍ້າມັນຮອນລາ; ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຂອງຂວັນຈາກພັກ-ລັດຖະບານ ຫວຽດນາມ ແລະ ໂຄງການພະລັງງານ ແລະ ເຊື່ອມຈອດອື່ນໆ ຈຳນວນໜຶ່ງ. ພິເສດ ສອງຝ່າຍເຫັນດີຮ່ວມກັນສົ່ງ ເສີມການຮ່ວມມືດ້ານກະສິກຳ ແລະ ການພັດທະນາຊັບ ພະຍາກອນມະນຸດ ໃຫ້ເພີ່ມຂຶ້ນໃນອະນາຄົດ.
ສອງນາຍົກລັດຖະມົນຕີຢືນຢັນຄືນ ຈະຮ່ວມກັນເອົາໃຈໃສ່ສຶກສາອົບຮົມ ຄົນຮຸ່ນຫລັງໃຫ້ເຂົ້າໃຈ ໄດ້ຄວາມໝາຍຄວາມສຳຄັນຂອງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລາວ-ຫວຽດນາມ ແລະ ສືບຕໍ່ປົກປັກຮັກສາມູນມໍລະດົກອັນລໍ້າຄ່ານີ້ ໃຫ້ຮຸ້ນລູກຮຸ່ນຫລານຕໍ່ໄປ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ, ສະຫາຍ ປະທານປະເທດ ເຈິ່ນ ດ້າຍ ກວາງ, ສະຫາຍ ປະທານສະພາແຫ່ງຊາດ ຫງວຽນ ຖິ ກີມ ເງິນ. ນອກນີ້ ຄະນະຍັງໄດ້ຢ້ຽມຢາມອະດີດການນຳພັກ-ລັດ ຫວຽດນາມ ແລະ ພົບປະກັບ ອະດີດຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ທີ່ເຄີຍຊ່ວຍການປະຕິວັດຢູ່ລາວ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປະຈຸບັນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມ ຢາມບາງແຂວງພາກໃຕ້ຂອງຫວຽດນາມ ເພື່ອຢ້ຽມຢາມພື້ນຖານການຜະລິດ, ການລົງທຶນ, ເຂດອຸດສາຫະກຳ ຂອງ ສສ ຫວຽດນາມ ເພື່ອຖອດຖອນ ບົດຮຽນ ການຈັດການບໍລິຫານການລົງທຶນ, ເຂດອຸດສາຫະກຳ ກໍຄື ບົດຮຽນດຶງດູດການລົງທຶນຂອງຫວຽດນາມ.
ທີ່ມາ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ | tonamcha.com
___________
Post a Comment