Header Ads

ປກສ ເມືອງນາແລ ແຂວງຫລວງນໍ້າທາ ທຳລາຍສວນຝີ່ນ 1,5 ເຮັກຕາ



ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ໄປທຳລາຍສວນຝິ່ນຂອງປະຊາຊົນທີ່ລັກລອບປູກ, ຢູ່ຂອບເຂດກຸ່ມບ້ານຕະເຄີງ ເມືອງນາແລ ຈຳນວນ 1,5 ເຮັກຕາ. ນໍາໂດຍ ພັທ ຕີບ ແກ້ວໄຊປະເສີດ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງນາແລ.



ພັຕ ດາວທອງ ມະນີເພັດ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໄດ້ກ່າວວ່າ: ພາຍຫຼັງໄດ້ຕິດຕາມກວດກາ ແລະ ສືບຮູ້ວ່າຢູ່ເຂດກຸ່ມບ້ານຕະເຄີງ ມີປະຊາຊົນລັກລອບປູກຝິ່ນ ຈາກນັ້ນ, ໃນວັນທີ 16 ກຸມພາ 2018 ຈຶ່ງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານໄປທຳລາຍສວນຝິ່ນດັ່ງກ່າວ ເຊິ່ງມີ 1 ຈຸດຢູ່ເຂດບ້ານຕະກຸ ລວມເນື້ອທີ 1,5 ເຮັກຕາ ກ່ອນຕົ້ນຝິ່ນຈະອອກໝາກ.



ພາຍຫຼັງທຳລາຍແລ້ວ ກໍໄດ້ເອີ້ນເອົາເຈົ້າຂອງສວນມາເຊັ່ນບົດບັນທຶກ ພ້ອມທັງສຶກສາອົບຮົມກ່າວເຕືອນ ແລ້ວມອບໃຫ້ອໍານາດການປົກຄອງບ້ານນໍາໄປສຶກສາອົບຮົມຂັ້ນຕໍ່ໄປ ເພື່ອບໍ່ໃຫ້ເຂົ້າເຈົ້າໄດ້ກັບຄືນໄປປູກຝິ່ນອີກ.


ພາບ ແລະ ຂ່າວ: ປກສ 
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.